ສປປ ລາວ ຍົກລະດັບລະບົບແກ້ໄຂຂໍ້ຂັດແຍ່ງ ຊື້ຂາຍສິນຄ້າອອນລາຍ
ສປປ ລາວ ພວມເພີ່ມທະວີຄວາມພະຍາຍາມ ໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການຄ້າທາງອີເລັກໂທຣນິກ, ໂດຍຜ່ານການ ນຳໃຊ້ລະບົບອອນລາຍທີ່ຖືກອອກແບບມາເພື່ອປົກປ້ອງຜູ້ບໍລິໂພກ ແລະ ສ້າງຄວາມໄວ້ວາງໃຈໃນຕະຫຼາດ ດີຈິຕອນທີ່ເຕີບໂຕຢ່າງວ່ອງໄວ. ຂໍ້ລິເລີ່ມນີ້ໄດ້ຮັບການສະໜັບສະໜູນຈາກກອງທຶນພາກພື້ນເພື່ອການຄ້າເພື່ອການພັດທະນາ (RT4D), ເຊິ່ງເປັນການຕອບສະໜອງຕໍ່ຈຳນວນຄຳຮ້ອງທຸກຂອງຜູ້ບໍລິໂພກທີ່ເພີ່ມຂຶ້ນເຊິ່ງກ່ຽວຂ້ອງກັບການຄ້າອອນລາຍ, ລວມທັງການສໍ້ໂກງ ແລະ ສິນຄ້າທີ່ບໍ່ກົງປົກ. ໂດຍກອງປະຊຸມປິດໂຄງການເພື່ອລາຍງານທົບທວນກ່ຽວກັບຄວາມຄືບໜ້າທີ່ໄດ້ຮັບມາເຖິງປັດຈຸບັນໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນອັງຄານທີ່ຜ່ານມາ. ກ່າວຄຳເຫັນໃນກອງປະຊຸມ, ທ່ານ ສັນຕິສຸກ…

