ພາກທຸລະກິດດ້ານການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ສະເໜີໃຫ້ລັດຖະບານຊ່ວຍຫຼາຍດ້ານ
ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ລັດຖະບານມີນະໂຍບາຍພິເສດຫຼຸດຜ່ອນການຈ່າຍຄ່າໄຟຟ້າ ແລະ ນໍ້າປະປາ, ເລື່ອນການຊໍາລະເງິນກູ້ຂອງທະນາຄານ, ຫຼຸດຜ່ອນການຈ່າຍ ອາກອນລາຍໄດ້ ແລະ ອື່ນໆ ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນກະທົບດ້ານການທ່ອງທ່ຽວຈາກການແຜ່ລະບາດຂອງ ພະຍາດ ໂຄວິດ-19…

