ບໍລິສັດ ຝຸ່ນໂປຕາສ ມອບເງິນ 1,2 ຕື້ກີບ ເພື່ອຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ

ບໍລິສັດ ຝຸ່ນໂປຕາສ ມອບເງິນ 1,2 ຕື້ກີບໃຫ້ອົງການປົກຄອງແຂວງຄໍາມ່ວນເພື່ອປະກອບສ່ວນໃນການຈັດງານຕັ້ງກອງບຸນ ຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ ແລະ ສ່ວນໜຶ່ງເພື່ອຈັດພິທີສະເຫຼີມສະຫຼອງ ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.…

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທເດີນທາງເຖິງນະຄອນຫຼວງວຽງຈັນ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລ້ວໃນຕອນແລງຂອງມື້ນີ້ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16 – 18 ມີນາ…

ຫຼໍ່ພຣະພຸດທະຮູບ 6 ອົງ ເພື່ອປະດິດສະຖານໄວ້ວັດປ່ານາຄູນນ້ອຍ

ສຳນັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເທທອງຫຼໍ່ພຣະພຸດທະຮູບ 6 ອົງ ໃນມື້ວານນີ້ ເພື່ອປະດິດສະຖານໄວ້ວັດປ່ານາຄູນນ້ອຍ ນຳໂດຍ ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ໂອກາດນີ້, ພຣະອາຈານໃຫຍ່ ສີທົນ…

ຊີວະປະຫວັດຫຍໍ້ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ວະຊິຣາລົງກອນ

ພະບາດສົມເດັດ ວະຊິຣາລົງກອນ ປະສູດເມື່ອວັນທີ 28 ກໍລະກົດ ພສ 2495 (ຄສ 1952) ທີ່ ພະລາດຊະວັງ ດຸສິດ, ບາງກອກ, ປະເທດ ໄທ, ເປັນພະຣາຊະໂອລົດ ອົງທີ 2 ໃນຈຳນວນ 4…

ຂີ່ຟຣິ 2 ເດືອນ! ເປີດແລ່ນທົດລອງ ລົດເມດ່ວນ BRT ໂດຍບໍ່ເກັບເງິນເປັນເວລາ 2 ເດືອນ

ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເປີດໃຫ້ບໍລິການແລ່ນທົດລອງ ລົດເມດ່ວນ BRT ໂດຍບໍ່ເກັບເງິນເປັນເວລາ 2 ເດືອນ ໂດຍເລີ່ມບໍລິການຢ່າງເປັນທາງການແລ້ວ ໃນວັນທີ 10 ມີນາ ຫາ 9 ພຶດສະພາ 2026, ເປີດໃຫ້ບໍລິການທຸກໆວັນເລີ່ມແຕ່ເວລາ…

ຄ້າຍລົດຊັ້ນນໍາຫຼາຍກວ່າ 10 ຄ້າຍເຂົ້າຮ່ວມງານ “Lao Eco Motor Expo 2026”

ງານວາງສະແດງລົດ ລາວອີໂຄມໍເຕີເອັກສໂປ 2026 (“Lao Eco Motor Expo 2026”) ມີຄ້າຍລົດຊັ້ນນຳຫຼາຍກວ່າ 10 ຄ້າຍເຂົ້າຮ່ວມຊຶ່ງແຕ່ລະຄ້າຍໄດ້ນໍາເອົາລົດທີ່ທັນສະໄໝ ສວຍງາມ ແລະ ໄດ້ມີການແນະນໍາຄຸນນະພາບລົດຂອງພວກເຂົາໃຫ້ແຂກທີ່ສົນໃຈ ຫຼື ຜູ້ທີ່ມາທ່ຽວຊົມໄດ້ຮັບຮູ້ໂດຍສະເພາະນຳສະເໜີເຕັກໂນໂລຊີທີ່ທັນສະໄໝ ແລະ ປະຢັດພະລັງງານ. ງານດັ່ງກ່າວໄດ້ຈັດຂຶ້ນທີ່ສູນວາງສະແດງສິນຄ້າລາວ-ໄອເຕັກໃນມື້ວານນີ້ ໂດຍການເຂົ້າຮ່ວມຂອງທ່ານ…

ສະໜາມບິນສາກົນ ບໍ່ແກ້ວ ເປີດນໍາໃຊ້ຢ່າງເປັນທາງການ

ສະໜາມບິນສາກົນບໍ່ແກ້ວ (BOR) ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວໄດ້ມີພິທີເປີດໃຫ້ບໍລິການຢ່າງເປັນທາງການເມື່ອມໍ່ໆມານີ້ໂດຍການ ເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ. ທ່ານ ນາງ ທຽນທອງ ໂສພາ ຜູ້ອຳນວຍການສະໜາມບິນສາກົນບໍ່ແກ້ວ ໄດ້ລາຍງານການຈັດຕັ້ງປະຕິບັດ ສະໜາມບິນສາກົນບໍ່ແກ້ວວ່າ:  ສະໜາມບິນດັ່ງກ່າວຕັ້ງຢູທີ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ, ຫ່າງຈາກເຂດເສດຖະກິດພິເສດສາມຫຼຽມຄໍາ…

ໂຄງການຟື້ນຟູທາງຫຼວງເລກ 9 ມີຄວາມຄືບໜ້າແລ້ວ 7.12% ແລະ ຖ້າສໍາເລັດຈະມີການເກັບຄ່າຜ່ານທາງ

ໂຄງການຟື້ນຟູ ແລະ ບູລະນະທາງຫຼວງແຫ່ງຊາດເລກ 9, ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ ຫາ ຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ມີຄວາມຍາວທັງໝົດ 233.30 ກິໂລແມັດຮອດປັດຈຸບັນສໍາເລັດແລ້ວ 7.12% ແລະ ຖ້າສໍາເລັດບາງຊ່ວງ ຈະມີການເກັບຄ່າຜ່ານທາງສະເພາະລົດບັນທຸກ 12 ໂຕນຂື້ນໄປໂດຍມີບ່ອນເກັບເງິນຢູ່…

ກຊ ປັບຂຶ້ນລາຄານໍ້າມັນເຊື້ອໄຟເປັນຄັ້ງທີ 3 ຂອງເດືອນນິ້

ພຽງ 10 ວັນຂອງເດືອນ ມີນາ 2026, ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ປັບຂຶ້ນລາຄານໍ້າເຊື້ອໄຟທຸກປະເພດ ເປັນຄັ້ງທີ 3 ແລ້ວຊຶ່ງຄັ້ງທີ 3 ນີ້ຈະເລີ່ມປະຕິບັດ ແຕ່ເວລາ 6 ໂມງ ຂອງມື້ນີ້ໂດຍປັບຂຶ້ນລາຄານໍ້າມັນແຊັດຊັງພິເສດ + 6,560 ກີບ/ລິດ,…

ອາຊຽນ ເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ ເພື່ອການພັດທະນາແບບຍືນຍົງ

ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຫ່ງສປປ ລາວໄດ້ນໍາພາຄະ ນະຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບສູງ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2026 ແລະ ກອງ ປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) ຄັ້ງທີ 35 ໃນລະຫວ່າງວັນທີ…