ໝາກເຫັບຕົກ ທຳລາຍເຮືອນ ແລະ ພາຫະນະ ຢ່າງຫຼວງຫຼາຍ ຢູ່ ເມືອງສີໂຄດຕະບອງ
ໝາກເຫັບຕົກ ພ້ອມກັບຝົນຕົກໃນ ຕອນແລງມື້ວານນີ້ ໄດ້ທຳລາຍຊັບສິນ ເຊັ່ນ:ເຮືອນ ແລະ ພາຫະນະຂອງປະຊາຊົນ ຢ່າງຫຼວງຫຼາຍ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໝາກເຫັບ ໄດ້ຕົກໃສ່ ລົດ ແລະ ຫຼັງຄາເຮືອນເຮັດໃຫ້ແວ່ນລົດແຕກ, ຫຼັງຄາມຸງດ້ວຍ ກະເບື້ອງ, ຊີແພັກ ແລະ ສັງກະສີ…

