ເງິນເດືອນແຮງງານຂັ້ນຕ່ຳ ອາດເພີ່ມຂື້ນ ຈາກ 1,600,000 ກີບ/ເດືອນ ເປັນ 2,700,000 ກວ່າກີບ/ເດືອນ
ຄ່າແຮງງານ ຫຼື ເງິນເດືອນແຮງງານຂັ້ນຕ່ຳ ອາດເພີ່ມຂື້ນ ຈາກ 1,600,000 ກີບ/ເດືອນ ເປັນ 2,700,000 ກວ່າກີບ/ເດືອນ ຫາກລວມກັບເງິນອຸດໜູນຄ່າຄອງຊີບ 900,000 ກີບຈະເຮັດໃຫ້ລາຍຮັບລວມຂອງຜູ້ອອກແຮງງານຂັ້ນຕໍ່າບັນລຸເຖິງ 3,610,451 ກີບ/ເດືອນ ແຕ່ການເພີ່ມເງິນເດືອນດັ່ງກ່າວຍັງຢູ່ໃນຂັ້ນຕອນສະເໜີ ໂດຍໄດ້ປຶກສາຫາລືທີ່ກອງປະຊຸມຄະນະກຳມະການແຮງງານແຫ່ງຊາດ ຄັ້ງທີ III ໂດຍມີຜູ້ແທນຈາກອົງການສາມຝ່າຍ…

