ບໍລິສັດ ບີເອັມ ກໍ່ສ້າງ ສົນໃຈລົງທຶນ ສ້າງຮ້ານສັບພະສິນຄ້າຢູ່ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ

ບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວສົນໃຈລົງທຶນກໍ່ສ້າງຮ້ານສັບພະສິນຄ້າ ແລະ ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ທາງໜ້າດ່ານ (ໂຊນ1) ຂອງຂົວມິດຕະພາບລາວ-ໄທແຫ່ງທີ 5 ປາກຊັນ-ບຶງການ ແຕ່ຍັງຢູ່ໃນຂັ້ນຕອນການສຶກສາສຳຫຼວດຄວາມເປັນໄປໄດ້.   ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ກ່ຽວກັບ ການກໍ່ສ້າງດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ພະແນກການເງິນແຂວງບໍລິຄໍາໄຊ, ຕາງໜ້າລົງນາມໂດຍທ່ານ ໄຊອຳພອນ ສີຫາວົງ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານການລົງທຶນຂັ້ນແຂວງບໍລິຄຳໄຊ…

ລາວ-ໄທ-ມາເລເຊຍ-ສິງກະໂປ ຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

 ລາວ-ໄທ-ມາເລເຊຍ-ສິງກະໂປ ຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP ໂດຍມີພິທີເຊັນສັນຍາ ເມື່ອມໍ່ໆມານີ້ ທີ່ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຢູ່ ນະຄອນຫຼວງບາງກອກ ປະເທດໄທ ລວມມີ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB)…

ໂຮງຮຽນມັດທະຍົມ 4 ແຂວງຈະຖືກຍົກລະດັບຄຸນນະພາບ

ໂຮງຮຽນມັດທະຍົມ 4 ແຂວງເປົ້າໝາຍ ລວມມີ ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນຈະຖືກຍົກລະດັບຄຸນນະພາບການສຶກສາ ພາຍໃຕ້ໂຄງການໄລຍະ IV ຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບກອງທຶນການສຶກສາເພື່ອພັດທະນາ (EDF Lao). ໂຄງການໄລຍະ…

ໄຊສົມບູນ ເຊັນ MOU ສຳຫຼວດ-ອອກແບບ ໂຄງການຟື້ນຟູທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະ ຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ…

ກວດພົບ ແລະ ຢຶດຢາເຮໂຣອິນ ຫຼາຍກວ່າ 12 ກິໂລກຣາມ ໃນຮອບ 1 ອາທິດ

ພາຍໃນ 5 ວັນຂອງເດືອນນີ້, ເຈົ້າໜ້າທີ່ລາວສາມາດສະກັດກັ້ນ ແລະ ຢຶດຢາເຮໂຣອິນໄດ້ຫຼາຍກວ່າ 12 ກິໂລກຣາມ ຢູ່ສະໜາມບິນສາກົນວັດໄຕ, ເຊິ່ງເປັນການທຳລາຍແຜນການລັກລອບຂົນສົ່ງຢາເສບຕິດຂ້າມຊາດ 2 ຄັ້ງທີ່ແຕກຕ່າງກັນ. ໃນວັນທີ 8 ມັງກອນ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ຕ້ານການຄ້າຂາຍເຖື່ອນຂອງກົມພາສີ, ຮ່ວມກັບຕຳຫຼວດກວດຄົນເຂົ້າເມືອງ ແລະ…

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຊິ່ງໃນວັນທີ 14 ມັງກອນ 2026 ຜ່ານມານີ້ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ,…

ກຽມພົບກັບງານເທດສະການອາຫານລາວ ປະຈຳປີ 2026 ທີ່ສວນເຈົ້າອານຸວົງ

ງານເທດສະການອາຫານລາວປະຈຳປີ 2026 ພາຍໃຕ້ຄຳຂວັນ: ສໍາຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ (Discover Lao Through Its Taste) ໂດຍຈະມີຮ້ານອາຫານກວ່າ 180 ຮ້ານ ຊຶ່ງປະກອບມີອາຫານລາວພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນານາຊາດ ຈະຈັດຂຶ້ນໃນລະຫວ່າງວັນທີ 26-30 ມັງກອນ…

ຍັງບໍ່ພົບສົບຜູ້ສູນຫາຍ ແລະ ຍັງບໍ່ຮູ້ສາເຫດດິນຍຸບຢູ່ບ້ານທົ່ງມັ່ງ

ຈາກເຫດດິນຍຸບຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອຕົ້ນເດືອນມັງກອນ 2026 ທີ່ຜ່ານມາ, ຮອດປັດຈຸບັນ ຍັງບໍ່ພົບສົບຜູ້ສູນຫາຍ 4 ຄົນຈາກດິນຍຸບ ແລະ ຍັງບໍ່ຮູ້ສາເຫດຂອງດິນຍຸບ. ເມື່ອມໍ່ໆມານີ້, ທ່ານ ປອ.ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ…

ພົບສົບຜູ້ເສຍຊີວິດໄຫຼນ້ຳມາ ເປັນເພດຊາຍ ສັນຊາດອັງກິດ

ເວລາປະມານ 10:36 ໂມງ ຂອງມື້ວານນີ້, ປະຊາຊົນໄດ້ພົບເຫັນຄົນເສຍຊີວິດໄຫຼນ້ຳມາຄ້າງຢູ່ບໍລິເວນບ້ານດອນເດດ ເມືອງໂຂງ ແຂວງຈໍາປາສັກ. ຕາມການລາຍງານເບື້ອງຕົ້ນລະບຸວ່າ: ສົບທີ່ເສຍຊີວິດນັ້ນ ແມ່ນເປັນເພດຊາຍ ສັນຊາດອັງກິດ ອາຍຸ ປະມານ 50 ປີ ເສຍຊີວິດໃນທ່າເປືອຍກາຍ ປັດຈຸບັນ, ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຈໍາປາສັກໄດ້ມ້ຽນຄາບສົບແລ້ວນຳສົ່ງໂຮງໝໍແຂວງຈຳປາສັກ (ໂຮງເຢັນ) ເພື່ອລໍຖ້າຍາດມາຮັບສົບ.…

ທະນາຄານ ເອັສທີ ແລະ ບໍລິສັດ ເອັສທີ ກຣຸບ ຈໍາກັດຜູ້ດຽວສະໜັບສະໜູນ ການແຂ່ງຂັນກິລາບານເຕະ ຊີງຂັນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະຫວ່າງປີ 2025 – 2027

ທະນາຄານ ເອັສທີ (ST Bank) ແລະ ບໍລິສັດ ເອັສທີ ກຣຸບ (ST Group) ຈໍາກັດຜູ້ດຽວ ໃຫ້ການອຸປະຖໍາ ສຕລ ເປັນມູນຄ່າ 2,000,000,000 ກີບ ເພື່ອໃຊ້ເຂົ້າໃນການຈັດການແຂ່ງຂັນກິລາບານເຕະຊີຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ…