ການໃສ່ຮ້າຍປ້າຍສີ ແລະ ກຸ່ມແກ້ງສະແກມເມີ ແມ່ນໜຶ່ງໃນຫຼາຍວຽກງານຈຸດສຸມທີ່ລັດຖະບານຈະເລັ່ງແກ້ໄຂໃນເດືອນນີ້
ວຽກງານຈຸດສຸມຂອງລັດຖະບານ ໃນເດືອນມີນາ 2026, ລັດຖະບານຈະເລັ່ງແກ້ໄຂບັນຫາຫຍໍ້ທໍ້ຕ່າງໆລວມມີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ບັນຫາຢາເສບຕິດ, ກຸ່ມແກ້ງສະແກມເມີ, ການໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ…

