ນັກ​ຮຽນ​ຊັ້ນ​ປະ​ຖົມ 46 ແຫ່ງ​ຢູ່ເມືອງ​ອຸ​ທຸມ​ພອນຈະໄດ້ຮັບອຸປະກອນການສຶກສາຈາກອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ

ນັກຮຽນຊັ້ນ​ປະ​ຖົມ 46 ແຫ່ງ​ຢູ່ເມືອງ​ອຸ​ທຸມ​ພອນ ແຂວງສະຫວັນນະເຂດ ຈະໄດ້ຮັບຊຸດນັກຮຽນ, ອຸປະກອນການສຶກສາ ແລະ ອຸປະກອນຮັກສາສຸຂະອະນາໄມໃຫ້ແກ່ໂຮງຮຽນ ຈາກອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ ຊຶ່ງການຊ່ວຍເຫຼືອດັ່ງກ່າວນີ້ເພື່ອຊ່ວຍເຫຼືອຟື້ນຟູວຽກງານການສຶກສາ ທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19. ພິທີເຊັນສັນຍາການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະໂມສອນສຶກສາສາມັກຄີ ເມືອງອຸທຸມພອນ ເຊັນໂດຍທ່ານ ອານຸລົມ ວິໄລພອນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ…

ສະຫະພາບເອີຣົບ ໃຫ້ທຶນ 2,8 ລ້ານເອີໂຣໃຫ້ແກ່ລາວ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19

ສະຫະພາບເອີຣົບໃຫ້ທຶນຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈໍານວນ 2,8 ລ້ານເອີໂຣ ຫຼື ປະມານ 32 ຕື້ກີບ ໂດຍມີໄລຍະເວລາ 3 ປີ ນັບແຕ່ປີ 2021 – 2023 ຊຶ່ງໜ້າວຽກໃນການຕອບໂຕ້ພະຍາດດັ່ງກ່າວໃນຄັ້ງນີ້ ຈະລວມເອົາບູລິມະສິດດ້ານການສືບຕໍ່ຮັບປະກັນການກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19…

ອະດີດນາຍົກລັດຖະມົນຕີ ມອບເຄື່ອງໃຫ້ແກ່ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ

ທ່ານ ບົວສອນ ບຸບຜາວັນ ອະດີດກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງສປປ ລາວ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງຮັບໃຊ້ຫ້ອງການ ແລະ ອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ແຂວງໄຊສົມບູນ ຊຶ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຄອມພິວເຕີ 6…

ໄຟໄໝ້ຈໍາປາທອງກາເດັນຣີສອດ ສາເຫດເກີດຈາກປະຊາຊົນຈູດຫຍ້າ

ເຈົ້າໜ້າທີ່ໜ່ວຍງານຈະລາຈອນມອດໄຟ ເມືອງວັງວຽງ ແຂວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ຈາກກໍລະນີທີ່ເກີດເຫດໄຟໄໝ້ຈໍາປາທອງກາເດັນຣີສອດ ທີ່ບ້ານປາກເປະ ເມືອງວັງວຽງ ແຂວງວຽງຈັນ ເມື່ອວັນທີ 16 ມີນາ 2021 ທີ່ຜ່ານມາ, ສາເຫດທີ່ເກີດອັກຄີໄພໃນຄັ້ງນີ້ແມ່ນເກີດຈາກປະຊາຊົນອ້ອມຂ້າງໄດ້ຈູດຫຍ້າ ແລ້ວລາມໄໝ້ໃສ່ຫຼັງຄາບ້ານພັກທີ່ມຸງດ້ວຍຫຍ້າຄາ ເສຍຫາຍສະເພາະໂຊນຕຶກ D ແລະ ຕຶກ C.…

ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ໄດ້ເປີດບໍລິການປິ່ນປົວສຸຂະພາບ ແລ້ວ

ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້​ເປີດບໍລິການປິ່ນປົວ ກວດສຸຂະພາບ ຢ່າງເປັນທາງການ​ໃນ​ວັນທີ 16 ມີນາ 2021 ຜ່ານມານີ້ ທີ່​ບ້ານ​ໄຊ​ສະ​ຫວ່າງ ເມືອງ​ໄຊ​ທາ​ນີ ນະ​ຄອນຫຼວງວຽງ​ຈັນ ຊື່ງເປັນ​ກຽດ​ເຂົ້າ​ຮ່ວມ​ຕັດ​ແຖບ​ຜ້າ​ເປີດ​ສູນດັ່ງກ່າວຂອງ​ ທ່ານ ປອ ຄຳ​ແພງ ໄຊ​ສົມ​ແພງ…

ສ່ວຍສາອາກອນ ແຂວງອັດຕະປື ເຜີຍແຜ່, ແນະນຳການຊໍາລະຄ່າທຳນຽມທາງ ແລະ ພາສີທີ່ດິນຕາມການແຈ້ງການຂອງເຈົ້າແຂວງ

ສ່ວຍສາອາກອນແຂວງອັດຕະປື ຮ່ວມກັບ ພະແນກການທີ່ກ່ຽວຂ້ອງແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ ,ແນະນຳ ແລະ ເອກະພາບດ້ານວິທີການຈັດຕັ້ງປະຕິບັດການຊໍາລະຄ່າທຳນຽມທາງ ແລະ ການຊໍາລະພາສີທີ່ດິນ ປະຈຳປີ 2021 ເມື່ອວັນທີ 16 ມີນາ 2021 ທີ່ຜ່ານມາ ຢູ່ ພະແນກການເງິນແຂວງ  ໂດຍການເປັນປະທານຂອງທ່ານ ຄຳເຜີຍ…

ບານເຕະນັກຮຽນຍິງ-ຊາຍ ທົ່ວປະເທດ ຈະແຂ່ງຂັນທ້າຍເດືອນນີ້

ການແຂ່ງຂັນບານເຕະຍິງ-ຊາຍ ທົ່ວປະເທດ ລາຍການ ໂຄປາ ໂຄຄາ-ໂຄລາ ປະຈໍາປີ 2021 ຫຼື COPA Coca-Cola 2021 ຈະເລີ່ມຂຶ້ນໃນທ້າຍເດືອນນີ້ ຊຶ່ງການແຂ່ງຂັນຮອບຄັດເລືອກຈັດຢູ່ 3 ພາກ ຄື: ພາກເໜືອ, ພາກກາງ ແລະ ພາກໃຕ້…

ກຳແພງຍັກບູຮານ ແມ່ນໜຶ່ງແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ

ກຳແພງຍັກບູຮານ ຫຼື ກຳແພງຫີນບູຮານ ຕັ້ງຢູ່ບ້ານກົກໄຮ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຳແພງຫີນສູງໃຫຍ່ ແລະ ຕັ້ງຍາວໄປຕາມແລວທາງ 13 ໃຕ້ ເຊິ່ງສັນນິຖານວ່າສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ ເຖິງແມ່ນວ່າມາຮອດປັດຈຸບັນຈະເກົ່າແກ່ ແລະ ມີຄວາມເສຍຫາຍໄປຕາມການເວລາ ແຕ່ກໍຍັງປາກົດໃຫ້ເຫັນຮ່ອງຮອຍອັນເປັນມົນຂັງ ແລະ ສະແດງໃຫ້ເຫັນເຖິງຄວາມຮຸ່ງເຮືອງໃນສະໄຫມນັ້ນ.…

ເທດສະການສາຍຮູບເງົາດີເດັ່ນລາວ – ຈີນ ປີ 2021 ຈະກາຍເປັນ ເວທີແຫ່ງການສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ

ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ວິທະ ຍຸສາກົນແຫ່ງປະເທດຈີນ (CRI) ໄດ້ຈັດເທດສະການຮູບເງົາດີເດັ່ນລາວ-ຈີນ ຂຶ້ນເມື່ອວັນທີ 15 ມີນາ 2021 ທີ່ຜ່ານມານີ້ ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອສົ່ງເສີມການພົວພັນ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ…

ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລົງເຄື່ອນໄຫວຕິດຕາມໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5B

ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5B (ປູຢາງ 2 ຊັ້ນ) ແຕ່ສາມແຍກຂົວນໍ້າຍອນ ຫາບ້ານນາໄຊສະຫວ່າງ  (ເຂດແດນແຂວງວຽງຈັນ ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້.…