ຕະຫຼາດທ່າເຮືອອາດຈະເປັນຕະຫຼາດແຫ່ງຄວາມຊົງຈໍາ

ຕະຫຼາດທ່າເຮືອ ບ້ານທ່າເຮືອ ເມືອງວັງ​ວຽງ ແຂວງວຽງຈັນອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ນັກທ່ອງທ່ຽວໄດ້ຢຸດລົດພັກຜ່ອນເມື່ອເວລາເດີນທາງຜ່ານໄປ ແລະ ກາຍມາເພື່ອຊື້ສິນຄ້າທ້ອງຖິ່ນໂດຍສະເພາະແມ່ນປາ. ແຕ່ປັດຈຸບັນນີ້ຜູ້ຄ້າຂາຍຢູ່ຕະຫຼາດແຫ່ງນີ້ໄດ້ຮັບຜົນກະທົບໜັກຍ້ອນບໍ່ມີລູກຄ້າ ແລະ ເຮັດໃຫ້ຜູ້ຄ້າຂາຍຈໍານວນຫຼາຍເຊົາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ ແລະ ອາດຈະຍັງມີແມ່ຄ້າອີກຈໍານວນຫຼາຍກໍ່ອາດຈະຢຸດເຊົາຂາຍເຊັ່ນກັນ ຊຶ່ງເຊື່ອວ່າຖ້າເປັນແນວນີ້ຕໍ່ໄປຕະຫຼາດທ່າເຮືອອາດຈະເປັນຕະຫຼາດຮ້າງໃນອະນາຄົດ. ຕະຫຼາດທ່າເຮືອ ແມ່ນຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, ຫ່າງຈາກເມືອງວັງວຽງປະມານ 20 ກວ່າກິໂລແມັດ,  ເປັນຕະຫຼາດທີ່ຂາຍຜະລິດຕະພັນປາໂດຍສະເພາະເຊັ່ນ:…

ບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີ ອາດຈະບໍ່ມີ

ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວຍັງມີການແຜ່ລະບາດເປັນວົງກວ້າງ ຊຶ່ງ ບາງປະເທດພະຍາດດັ່ງກ່າວໄດ້ກັບມາແຜ່ລະບາດເປັນຮອບໃໝ່ ໂດຍລັດຖະບານໄດ້ມີການສັ່ງໂຈະການຈັດງານຕ່າງໆໃນໄລຍະນີ້ເພື່ອປ້ອງກັນພະຍາດດັ່ງກ່າວ ຊຶ່ງອາດຈະລວມທັງງານບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີ ເຖິງແມ່ນວ່າການນໍາແຂວງໄຊຍະບູລີຈະໄດ້ກໍານົດມື້ຈັດງານບຸນຊ້າງດັ່ງກ່າວໄວ້ແລ້ວກໍ່ຕາມ. ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການຈັດງານບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີວ່າ:  : ການຈັດງານບຸນຊ້າງປີ…

ບໍລິສັດ ລິ ກໍ່ສ້າງສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວກຽມສໍາຫຼວດແຮ່ເຫຼັກ, ແຮ່ໄດໂອໄທ ແລະ ແຮ່ແມັກດີໄທ ຢູ່ແຂວງໄຊສົມບູນ

ບໍລິສັດ ລິ ກໍ່ສ້າງສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວ ສົນໃຈລົງທຶນກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ, ແຮ່ໄດໂອໄທ ແລະ ແຮ່ແມັກດີໄທ ຢູ່ເຂດບ້ານກໍໄຮ ເມືອງອານຸວົງ ແລະ ເຂດບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນ ໃນເນື້ອທີ່ 49,…

ເມືອງສັງທອງມີຄວາມສຽ່ງສູງທີ່ຈະມີການລັກລອບຂອງແຮງງານລາວໄປໄທ ຫຼື ແຮງງານໄທມາລາວ

ຍ້ອນທີ່ຕັ້ງ ແລະ ພູມສັນຖານຂອງເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ກົງກັນຂ້າມກັບ ເມືອງສັງຄົມ ຂອງປະເທດໄທ ໂດຍມີແມ່ນໍ້າຂອງຂັ້ນຊາຍແດນ ຊຶ່ງຖືວ່າເປັນບ່ອນທີ່ແຄບທີ່ສຸດ (ບໍ່ກວ້າງ) ຖ້າທຽບກັບເມືອງອື່ນໆໃນຂອບເຂດທົ່ວປະເທດທີ່ມີແມ່ນໍ້າຂອງຂັ້ນຊາຍແດນລະຫວ່າງລາວ ແລະ ໄທ ຈຶ່ງເຮັດໃຫ້ເມືອງສັງທອງມີຄວາມເປັນໄປໄດ້ສູງທີ່ຈະມີການລັກລອບຂ້າມນ້ຳຂອງຂອງແຮງງານລາວໄປໄທ ຫຼື ແຮງງານໄທມາລາວ ຊຶ່ງບາງຈຸດຄວາມກ້ວາງຂອງແມ່ນໍ້າຂອງທີ່ຂັ້ນຊາຍແດນ ມີປະມານ 100 ແມັດກໍ່ມີ…

ລາວ ກຽມຝຶກຊ້ອມນັກກິລາ 23 ປະເພດ ຮ່ວມຊີເກມຄັ້ງທີ 31 ປີ 2021 ທີ່ ຫວຽດນາມ

ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ໄດ້ລາຍງານໃນກອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ທີ່ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ວ່າ: ສສ ຫວຽດນາມ ເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 31 ໃນລະຫວ່າງ ວັນທີ 21…

ບໍ່ແກ້ວຫ້າມເດັດຂາດບໍ່ໃຫ້ໃຊ້ສຽງດັງໃນຄໍ່າຄືນສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

 ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ເຖິງທຸກຊັ້ນ ຄົນພາຍໃນແຂວງບໍ່ແກ້ວໃຫ້ຊາບວ່າ: ໃນຄໍ່າຄືນຂອງວັນທີ 31 ທັນວາ 2020 ຊຶ່ງເປັນຄໍ່າຄືນການສະຫຼອງສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃໝ່ 2021 ນີ້  ຫ້າມເດັດຂາດບໍ່ໃຫ້ໃຊ້ສຽງດັງເປັນຕົ້ນແມ່ນການຈູດບັ້ງໄຟດອກ, ບັ້ງໄຟພຸ, ໝາກກະໂພກທຸກປະເພດ, ຫ້າມບຸກຄົນທີ່ບໍ່ມີໜ້າທີ່ ຖືອາວຸດທຸກປະເພດ,…

ລາວເພີ່ມຄວາມເຂັ້ມງວດໃນການປ້ອງກັນຄົນລັກລອບເຂົ້າ-ອອກຕາມຊາຍແດນ

 ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດເພື່ອນບ້ານຂຶ້ນຮອບໃໝ່ໂດຍສະ ເພາະຢູ່ປະເທດມຽນມາ ແລະ ປະເທດໄທ ໂດຍພົບຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ເປັນຈໍາຫຼາຍໃນວັນດຽວ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆນັ້ນ ລັດຖະບານລາວ ກໍ່ຄື ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໄດ້ມີການຈັດກອງປະຊຸມດ່ວນເມື່ອບໍ່ດົນມານີ້ເພື່ອປຶກສາຫາລື, ວິເຄາະສະພາບການແຜ່ລະບາດຂອງພະຍາດນີ້ໃນທົ່ວໂລກ ຊຶ່ງໄດ້ເນັ້ນໜັກວິເຄາະສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19…

ຄ່າບໍລິການທາງດ່ວນເລີ່ມຈາກ 600 ຫາ 2.000 ກີບ/ກິໂລແມັດ

ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ວາງປ້າຍປະກາດມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ ໃນມື້ວັນທີ 24 ທັນວາ 2020 ນີ້ ຊຶ່ງມີລາຄາເລີ່ມຕົ້ນ ຈາກ 600 ກີບ ຫາ 2.000 ກີບຕໍ່ກິໂລແມັດ (ກມ). ການເກັບເງິນຜ່ານທາງດັ່ງກ່າວໄດ້ແບ່ງອອກສໍາລັບລົດແຕ່ລະປະເພດດັ່ງນີ້: ລົດບັນທຸກປະເພດ1 ທີ່ມີນໍ້າໜັກບໍ່ເກີນ 2 ໂຕນ…

ປກສ ນະຄອນໄກສອນ ພົມວິຫານກວດລ້າງລົດຈັກດັດແປງສະພາບ

ເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດເລັ່ງກວດລ້າງລົດຈັກດັດແປງສະພາບ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ. ທ່ານຮ້ອຍເອກ ພູທອນ ສົມບັດບຸນເຮືອງ ຫົວໜ້າກອງຕໍາຫຼວດ ຈະລາຈອນ ປກສ ນະຄອນໄກສອນ ພົມວິຫານ ແຈ້ງໃຫ້ຮູ້ ວ່າ: ການລົງກວດລ້າງລົດຈັກດັດແປງສະພາບເຕັກນິກເມື່ອບໍ່ດົນມານີ້ ສາມາດພົບເຫັນ ລົດຈັກທີ່ດັດແປງສະພາບຈໍານວນ…

ແຂວງໄຊສົມບູນ ທຳລາຍສວນຝິ່ນ ທີ່ລັກລອບປູກ ຫຼາຍກ່ວາ 4 ເຮັກຕາ

ພະແນກກວດກາ ແລະ ຄວບຄູມຢາເສບຕິດ ກອງບັນຊາການ ປກສ ແຂວງໄຊສົມບູນ ຮ່ວມກັບກອງບັນຊາການ ປກສ ເມືອງອານູວົງ, ອຳນາດການປົກຄອງບ້ານພູຫົວຊ້າງ ເມືອງອານຸວົງ  ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຫຼາຍກ່ວາ 4 ເຮັກຕາ ໃນວັນທີ 21 ທັນວາ 2020…