ລາຍຮັບຂອງປະຊາຊົນຢູ່ນະຄອນຫຼວງວຽງຈັນ ຈະບັນລຸ 8.750 ໂດລາ/ຄົນ/ປີ ນັບແຕ່ປີ 2021
ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2021-2025), ນະຄອນຫຼວງວຽງຈັນ (ນວ) ໄດ້ວາງມາດຕະການລວມໂດຍເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນເຂົ້າໃນການພັດທະນາ ເພື່ອຮັບປະກັນການຂະຫຍາຍຕົວຂອງເສດຖະກິດໃຫ້ໝັ້ນທ່ຽງ ແລະ ທັງສູ້ຊົນໃຫ້ເສດຖະກິດເຕີບໂຕໃນອັດຕາສະເລ່ຍບໍ່ໃຫ້ຫຼຸດ 7- 8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຄາດວ່າຈະບັນລຸ 356.600 ຕື້ກີບ…

