ວັກຊິນຕ້ານພະຍາດໂຄວິດ-19 ຍັງບໍ່ສາມາດຢັບຢັ້ງພະຍາດນີ້ໄດ້ເທື່ອ
ເຖິງວ່າຫຼາຍປະເທດໃນໂລກໄດ້ມີການຄົ້ນຄິດໃນການຜະລິດຢາວັກຊິນຕ້ານພະຍາດໂຄວິດ-19 ຫຼາຍກວ່າ 200 ຊະນິດ ແຕ່ ມີພຽງ 10 ຊະນິດເທົ່ານັ້ນທີ່ຍອມຮັບຈາກສະຖາບັນການແພດໂລກວ່າສາມາດປ້ອງກັນພະຍາດນີ້ໄດ້ ແຕ່ເມື່ອທົບທວນເບິ່ງແລ້ວເຖິງວ່າຈະມີຢາວັກຊິນຕ້ານພະຍາດໂຄວິດ-19 ແລ້ວກໍ່ຕາມ ແຕ່ການລະບາດຂອງພະຍາດດັ່ງກ່າວຍັງສືບຕໍ່ແຜ່ເຊື້ອ ແລະ ບາງປະເທດຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ ແລະ ຍັງບໍ່ຮູ້ວ່າພະຍາດນີ້ຈະສິ້ນສຸດມື້ໃດ ນັ້ນໝາຍຄວາມວ່າວັກຊິນ 10 ຊະນິດນັ້ນຈະສາມາດຢັບຢັ້ງພະຍາດນີ້ໄດ້ແທ້ ຫຼື ບໍ່…

