ພະລັງງານໄຟຟ້າ ແສງຕາເວັນ ທີ່ເມືອງໂຂງຈະເປັນພະລັງງານໄຟຟ້າແສງຕາເວັນ ແຫ່ງທໍາອິດທີ່ສົ່ງອອກໄປຕ່າງປະເທດ

ລັດຖະບານແຫ່ງ ສປປ ລາວ ຈະຮ່ວມມືກັບ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ໃນການລົງທຶນພັດທະນາພະລັງງານໄຟຟ້າ ແສງຕາເວັນ ທີ່ເມືອງໂຂງ ແຂວງຈໍາປາສັກ ເພື່ອສົ່ງຂາຍໄປປະເທດກໍາປູເຈຍ ຊຶ່ງຈະແບ່ງໄລຍະການພັດທະນາພະລັງງານດັ່ງກ່າວ ອອກເປັນ 5 ໄລຍະ ໂດຍໄລຍະທໍາອິດຈະມີກໍາລັງການຕິດຕັ້ງປະມານ 135…

ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເມືອງ ປາກແບງ ສຳເລັດແລ້ວ 25%

ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເພື່ອຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ບ້ານຕອງ ເມືອງ ປາກແບງ ແຂວງອຸດົມໄຊທີ່ ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດມາແຕ່ເດືອນ ມິນາ 2020 ນັ້ນ ມາຮອດປັດຈຸບັນນີ້ ບັນດາໜ້າວຽກທັງໝົດແມ່ນປະຕິບັດສຳເລັດແລ້ວ 25% ຊຶ່ງໃນນັ້ນໄດ້ສ້າງເຮືອນ…

ເມືອງເຊໂປນມີຫຼາຍກວ່າ 3.000 ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ

ກຳມະການກົມການເມືອງສູນ ກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະ ແລະ ນັກທຸລະກິດໄດ້ ມອບເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍເຫຼືອ  ຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງເຊໂປນ  ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ຢູ່ທີ່ເເຂວງ ສະຫວັນນະເຂດ ໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ…

ກະຊວງ ຖວທ ກຽມຫັນການທ່ອງທ່ຽວເປັນອຸດສາຫະກໍາ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ໃນ 5 ປີຂ້າງໜ້າ, ນັບແຕ່ ປີ 2021-2025, ກະຊວງ ຖວທ ຈະສຸມໃສ່ພັດທະນາ ການທ່ອງທ່ຽວ,  ໂດຍສະເພາະຈະຫັນການທ່ອງທ່ຽວ ເປັນອຸດສາຫະກໍາ ແລະ  ເພີ່ມທະວີການຄຸ້ມຄອງ…

ການນໍາແຂວງສະຫວັນນະເຂດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຢູ່ 2 ບ້ານ ຂອງເມືອງນອງ

ຄະນະປະ ຈໍາພັກແຂວງ ສະຫວັນນະເຂດ ທ່ານ ວຽງທະວີສອນ ເທບພະຈັນ ພ້ອມດ້ວຍພະແນກການອ້ອມ ຂ້າງແຂວງ, ເມື່ອບໍ່ດົນມານີ້ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ປະຊາຊົນບ້ານຜູ້ໄທ ແລະ ບ້ານ ສະແຫຼງເມືອງນອງ ແຂວງສະຫວັນນະເຂດ  ທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມໃນໄລຍະທີ່ ຜ່ານມາ,…

ປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ ກຽມຮັບມືກັບພະຍຸເຂດຮ້ອນອີຕາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໃນຕອນເຊົ້າວັນທີ 9 ພະຈິກ ເຖິງປະຊາຊົນ ແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ກຽມຮັບມືກັບ ພະຍຸໝຸນເຂດຮ້ອນອີຕາວ (Etau) ທີ່ຈະພັດຜ່ານເຂົ້າມາແຂວງພາກກາງ ແລະ…

ກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງເລືອກຕັ້ງເອົາ ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາພັກແຂວງ

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ XIII ອົງຄະນະພັກແຂວງຊຽງຂວາງ ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ, ຜົນປະກົດວ່າ ສະຫາຍ ບຸນຈັນ ສີວົງພັນ ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ບຸນໂຮມ ເທດທານີ ແລະ  ສະຫາຍ ໜໍບີ…

ຄົນລາວຈໍານວນ 150 ຄົນຈະໄດ້ເຮັດວຽກກ່ຽວກັບການສ້ອມແປງ ແລະ ຂັບລົດໄຟຢູ່ທີ່ໂຄງການທາງລົດໄຟລາວ-ຈີນ

ກຸ່ມບໍລິສັດວິສະວະກຳທາງລົດໄຟເລກ 2 ສປ ຈີນ ຈັດຝຶກອົບຮົມເປັນເວລາ 4 ເດືອນກ່ຽວກັບການສ້ອມແປງ ແລະ ວິທີຂັບລົດໄຟ ລາວ-ຈີນ ຈໍານວນ 150 ຄົນ (ຍິງ 4 ຄົນ) ທີ່ເປັນຄົນລາວ ເລີ່ມແຕ່ອາທິດທີ່ຜ່ານມາ ຢູ່ທີ່ສະຖານທີ່ວາງລາງລົດໄຟ ເຂດເມືອງນາຊາຍທອງ…

ສູນຄົ້ນຄວ້າກະສິກຳທ່າຊະໂນຄັດລືອກຂັ້ນສຸດທ້າຍຂອງສາຍພັນ ເຂົ້າໜຽວຫອມ ດີເດັ່ນໂດຍຊາວນາມີສ່ວນຮ່ວມ

ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີຄັດເລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ ເມື່ອບໍ່ດົນມານີ້ ເຊິ່ງມີຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ທ່ານ ພອນສະໄໝ ຈັນສີນາ, ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ທ່ານ ຄຳແສງ ສໍພາບມີໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ,…

ຫຼາຍກວ່າ 2.000 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ ເມືອງຈຳພອນ

ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມທີ່ ເມືອງຈໍາພອນ ແຂວງສະຫວັນນະເຂດຕ້ອງການໃຫ້ລັດຖະບານຊ່ວຍເຂົ້າກິນໃນໄລຍະກຸ້ມກິນ 5 ເດືອນຕໍ່ໜ້າ , ຢາປົວພະຍາດຄົນ ແລະ ສັດ , ແນວພັນເຂົ້າຜະລິດນາແຊງ 200 ໂຕນ ຊຶ່ງລວມມີ 2.042 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.  ເຈົ້າເມືອງຈຳພອນ ທ່ານ ຄຳລຸຍ…