ອາຊຽນ ແລະ ອິນເດຍ ເຫັນດີສືບຕໍ່ຮ່ວມມືກັນ ໃນບັນດາຂະແໜງການບູລິມະສິດ

ບັນດາຜູ້ນຳອາຊຽນ-ອີນເດຍ ເຫັນດີສືບຕໍ່ຮ່ວມມືໃນບັນດາຂະແໜງການບູລິມະສິດ ໂດຍອີງໃສ່ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດ ທະນະທໍາ-ສັງຄົມ) ທີ່ກອງປະຊຸມອາຊຽນ-ອິນເດຍ ຄັ້ງທີ 17 ແບບທາງໄກ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້. ຂະແໜງການບູລິມະສິດ ທີ່ອາຊຽນ- ອິນເດຍ ຈະສືບຕໍ່ຮ່ວມມື  ປະກອບມີ:…

ຖ້ຳນາງແອ່ນຈະເປີດບໍລິການຄືນໃໝ່ໃນຕົ້ນປີ 2021 ນີ້

ຜູ້ສໍາປະທານຖໍ້ານາງແອ່ນ ທີ່ເມືອງທ່າແຂກ ແຂວງຄໍາມ່ວນລົງທຶນເບື້ອງຕົ້ນປະມານ 1 ລ້ານ ໂດລາ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ສິ່ງຄວາມອໍານວຍຄວາມສະດວກຕ່າງໆເພື່ອໃຫ້ແທດເໝາະກັບສະພາບໃນປັດຈຸບັນ ຫຼື ໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອດຶງດູດນັກທ່ອງທ່ຽວພາຍໃນປະເທດໃນຍຸກລາວທ່ຽວລາວ ໂດຍຈະມີການເປີດຄືນໃໝ່ໃນຕົ້ນປີ 2021 ທີ່ຈະມາເຖິງນີ້. ຜູ້ສໍາປະທານຖໍ້ານາງແອ່ນ, ທ່ານ ເຂັມເພັດ ແກ້ວເພຍຈັນ ໄດ້ກ່າວກ່ຽວກັບການລົງທຶນພັດທະນາຖໍ້ານາງແອ່ນຄືນໃໝ່ວ່າ:…

ບັນດາ​ຜູ້ນຳ​ອາ​ຊຽນ ຮັບຮອງ ແລະ ສືບຕໍ່ຮວມມືກັນຫຼາຍດ້ານ

ບັນດາ​ຜູ້ນຳ​ອາ​ຊຽນໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ປະກາດ​ເປັນ​ທາງ​ການ ການ​ທົບ​ທວນ​ກາງ​ສະໄໝ​ແຜນ​ແມ່​ບົດ​ວິໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025, ພິທີ​ປະກາດ​ເປັນ​ທາງ​ການແຜນ​ຟື້ນ​ຟູ​ຮອບດ້ານ​ອາຊຽນ ແລະ ແຜນ​ຈັດ​ຕັ້ງ​ປະຕິບັດ ແລະ ພິທີ​ປະກາດ​ສ້າງຕັ້ງຄັງ​ແຮ​ຢາ​ປົວ​ພະຍາດ ແລະ ອຸປະກອນ​ການ​ແພດ ສໍາ​ລັບ​ພາວະ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ​ພາກ​ພື້ນ​ອາ​ຊຽນ ທີ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແບບ​ທາງໄກ ທີ່ໄດ້ຈັດຂຶ້ນເມື່ອວັນທີ 12 ພະຈິກ 2020…

ການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມຈະສໍາເລັດໃນເດືອນ ມີນາ 2021

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ທ່ານສອນໄຊ ສີພັນດອນ ແລະ ຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ຢູ່ບ້ານລາວີລໍາພັນ ເມືອງລະມາມ ແຂວງເຊກອງ ໃນວັນມີ 12 ພະຈິກ 2020 ທີ່ຜ່ານມາ ເນື່ອງໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ. ປັດຈຸບັນນີ້, ການກໍ່ສ້າງເຂື່ອນດັ່ງກ່າວໄດ້ສໍາເລັດແລ້ວຫຼາຍກວ່າ 96% ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງນັບແຕ່ເດືອນ…

ລາວໄດ້ຮັບການຊ່ວຍເຫຼືອເຂົ້າສານ 1.000 ໂຕນຈາກ ຫວຽດນາມ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ

ລັດຖະບານ ຫວຽດນາມໄດ້ຊ່ວຍເຫຼືອເຂົ້າສານ ຈຳນວນ 1.000 ໂຕນ ໃຫ້ແກ່ລັດຖະບານລາວເພື່ອນໍາໄປແຈກຢາຍໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ 8 ເມືອງ ຂອງແຂວງສະຫວັນນະເຂດ ໂດຍໄດ້ຈັດມີພິທີມອບ-ຮັບແບບທາງໄກ ຢູ່ ຫໍປະຊຸມແຫ່ງຊາດ ໃນວັນທີ 13 ພະຈິກ 2020 ທີ່ຜ່ານມາ ລະຫວ່າງ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ…

ທາງດ່ວນວັງວຽງ – ຫຼວງພະບາງຈະເລີ່ມ ການກໍ່ສ້າງ ຫຼັງຈາກ ສໍາເລັດການກໍ່ສ້າງທາງດ່ວນ ໄລຍະທີ 1

ໂຄງການກໍ່ສ້າງທາງດ່ວນແຕ່ເມືອງວັງວຽງ ແຂວງວຽງຈັນ ຫາ ແຂວງຫຼວງພະບາງ ຊຶ່ງເປັນໄລຍະທີ 2 ຈະມີການກໍ່ສ້າງ ພາຍຫຼັງທີ່ການກໍ່ສ້າງທາງດ່ວນໄລຍະທີ 1 ແຕ່ນະຄອນຫລວງວຽງຈັນ ຫາເມືອງວັງວຽງ (109 ກິໂລແມັດ) ສ້າງສໍາເລັດ ໂດຍຈະມີການເປີດນໍາໃຊ້ຢ່າງເປັນທາງການໃນວັນຊາດທີ 2 ທັນວາ 2020 ນີ້ ເພື່ອເປັນການສະເຫຼີມສະຫຼອງວັນຊາດຂອງ…

ເຮືອນພັກຖາວອນ ໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສະໜາມໄຊ ສ້າງສໍາເລັດແລ້ວ 66 ຫຼັງ

ເຮືອນພັກຖາວອນໃຫ້ປະຊາຊົນທີ່ປະສົບໄພພິບັດນ້ຳຖ້ວມຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນທ້າຍປີ 2018 ຜ່ານມາ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປີ, ໄດ້ສໍາເລັດການກໍ່ສ້າງໃນເບື້ອງຕົ້ນຈໍານວນ 66 ຫຼັງທີ່ສູນພັກຊົ່ວຄາວບ້ານດົງບາກໃໝ່ຫີນຄໍາ ແລະ ສູນພັກຊົ່ວຄາວດອນບົກ. ສໍາລັບ ເຮືອນ 66 ຫຼັງນີ໊, ຢູ່ເຂດດົງບາກມີຈໍານວນ 46 ຫຼັງ ແລະ ເຂດດອນບົກມີຈໍານວນ…

ຍັງຕິດຕາມຈັບຄົນຂີ້ລັກທີ່ຂີ່ລົດຮຸນໃດຕໍານັກຮຽນຢູ່ເສັ້ນທາງບ້ານດົງຄໍາຊ້າງ-ບ້ານໜອງໄຮ

ຈາກເຫດການທີ່ກອງຫຼອນບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນໄດ້ຂີ່ລົດໄລ່ຄົນຂີ້ລັກ ຫຼື ໂຈນທີ່ລັກເຄື່ອງ ແລະ ຂີ່ລົດຮຸນໃດຫຼົບໜີ ໃນວັນທີ 11 ພະຈິກ ເວລາ 16 ໂມງ 30 ແຕ່ສາມແຍກໄຟແດງ ບ້ານດົງຄໍາຊ້າງ ລົງມາຕາມເສັ້ນທາງດົງຄໍາຊ້າງ-ໜອງໄຮ  ຊຶ່ງລົດໂຈນໄດ້ໄປຕໍາລົດຈັກລົດນັກຮຽນໃນເວລາທີ່ຂັບຂີ່ມາແຕ່ບ້ານໜອງໄຮ ແລະ ລົດໂຈນກໍ່ໄດ້ໄປດາດກັບລົດຮຸນໃດນ້ອຍອີກຄັນໜຶ່ງຍ້ອນຂີ່ໄວ. ຮອດມື້ນີ້ວັນທີ…

ຜູ້ນໍາແມ່ຍິງອາຊຽນມີບົດບາດສຳຄັນເຂົ້າໃນຂະບວນ ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ແລະ ໃນໂລກ

 ‘‘ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມໜຽວແໜ້ນ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ ຫຼັງໂຄວິດ-19’’ ຖືກຍົກມາເປັນຫົວຂໍ້ສົນທະນາ ແລະ ປຶກສາຫາລື ທີ່ກອງປະຊຸມຜູ້ນຳແມ່ຍິງອາຊຽນຄັ້ງທຳອິດ (ແບບທາງໄກ) ທີ່ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2020 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນ…

ບັນດາຜູ້ນຳອາຊຽນ ແລະ ສ.ເກົາຫຼີໄດ້ຮັບຮອງເອົາແຜນປະຕິບັດງານສະບັບໃໝ່

ບັນດາຜູ້ນໍາອາຊຽນ ແລະ ສ.ເກົາຫຼີ ໄດ້ຕົກລົງຮັບຮອງເອົາແຜນປະຕິບັດງານ ຫຼື ແຜນການຮ່ວມມື ສະບັບໃໝ່ ໄລຍະ 2021-2025 ທີ່ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 21 ແບບທາງໄກ ໂດຍຜ່ານລະບົບວີດີໂອອອນລາຍ ທີ່ໄດ້ຈັດຂຶ້ນມື້ວັນທີ 12 ພະຈິກທີ່ຜ່ານມາ, ຊຶ່ງຕາງໜ້າລັດຖະບານລາວໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ…