ການຈອດລົດຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ ພາໃຫ້ການສັນຈອນແອອັດ ຜິດຕໍ່ລະບຽບກົດໝາຍການສັນຈອນ
ປະຈຸບັນ, ເຈົ້າໜ້າທີ່ເມືອງໄຊເສດຖານະຄອນຫຼວງວຽງຈັນພວມເລັ່ງແກ້ໄຂບັນຫາການຈອດລົດຂາຍເຄື່ອງຊະຊາຍຕາມແຄມທາງ ທີ່ເຮັດໃຫ້ກີດຂວາງການຈະລາຈອນທາງບົກ, ພາໃຫ້ຫຍຸ້ງຍາກໃນການສັນຈອນ ແລະ ອາດນໍາໄປສູ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ. ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປະຈຸບັນໄດ້ມີການນໍາໃຊ້ພະຫານະ ນໍາເອົາເຄື່ອງມາຂາຍຊະຊາຍຕາມແຄມທາງ, ຊຶ່ງພາໃຫ້ຫຍຸ້ງຍາກສັບສົນໃນການສັນຈອນທາງບົກ ແລະ ຜິດຕໍ່ລະບຽບກົດໝາຍຈະລາຈອນທາງບົກ, ໃນນັ້ນເຈົ້າໜ້າທີ່ຕໍາຫຼວດ ກໍ່ໄດ້ມີການກ່າວເຕືອນ,ກັກຕົວໄປສຶກສາອົບຮົມ ແລະປັບໃໝຕາມລະບຽບກົດໝາຍ ຜູ້ທີ່ຂາຍເຄື່ອງຊະຊາຍຕາມແຄມທາງ.…

