ຄະນະລັດຖະບານມອບໃຫ້ກະຊວງ ຖວທ ສືບຕໍ່ໂຄສະນາອອກຂ່າວ ກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19
ພະຍາດໂຄວິດ-19 ຍັງມີການແຜ່ລະບາດໃນທົ່ວໂລກໂດຍຍັງບໍ່ຮູ້ວ່າຈະສາມາດຢັບຢັ້ງໄດ້ມື້ໃດ ໂດຍມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 1.400.000 ຄົນຍ້ອນພະຍາດນີ້, ນອກນັ້ນຍັງມີການພົບຜູ້ຕິດເຊື້ອພະຍາດດັ່ງກ່າວໃໝ່ຢູ່ ລາວ ເມື່ອວັນທີ 22 ພະຈິກທີ່ຜ່ານມາ 14 ກໍລະນີ ຊຶ່ງເດີນທາງມາແຕ່ຕ່າງປະເທດ ດັ່ງນັ້ນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນເມື່ອວັນທີ 24 ພະຈິກ…


