ປະຊາຊົນຢາກຮູ້ກໍານົດເວລາເປີດ-ປິດໄຟເຍືອງທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ
ປະຊາຊົນໃນຕົວເມືອງນະຄອນຫຼວງວຽງຈັນ, ເຂດນອກເມືອງ ແລະ ປະຊາຊົນຕ່າງແຂວງຫຼາຍຄົນທີ່ໄດ້ຕັ້ງໃຈມາທ່ຽວຊົມຄວາມງາມຂອງໄຟເຍືອງທາງ ແລະ ລະບົບນໍ້າພຸທີ່ໄດ້ເປີດນໍາໃຊ້ເມື່ອບໍ່ດົນມານີ້ຕ່າງກໍ່ຜິດຫວັງໄປຕາມໆກັນເພາະມີການປິດໄຟເຍືອງທາງ ແລະ ລະບົບນໍ້າພຸໄວໂພດທັງທີ່ຍັງບໍ່ທັນເດິກປານໃດ, ເຂົາເຈົ້າຢາກໃຫ້ລັດຖະບານກໍານົດເວລາ ຫຼື ໂມງ ໃນການເປີດ-ປິດ ໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ແລະ ລະບົບນໍ້າພຸ ສວນປະຕູໄຊ ໃຫ້ລະອຽດ ເພື່ອບໍ່ໃຫ້ມາແລ້ວເສຍເວລາ.…

