ລັດຖະບານລາວຈະເລີ່ມທົດລອງຫັນບາງໂຮງໝໍໃຫ້ກຸ້ມຕົນເອງທາງດ້ານການເງິນ ໃນປີ 2021
ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ນັບແຕ່ປີ 2021-2026 ທາງກະຊວງຈະສຸມໃສ່ 3 ໜ້າວຽກທີ່ສໍາຄັນ ເພື່ອປັບປຸງວຽກງານຕ່າງໆທີ່ກ່ຽວກັບຂະແໜງສາທາລະນະສຸກໃຫ້ດີຂື້ນເທື່ອລະກ້າວທຽບເທົ່າສາກົນ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເນື່ອງໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ວຽກງານກູ້ຢືມທຶນຈາກທະນາຄານພັດທະນາອາຊີ ທີ່ໄດ້ຈັດຂື້ນມື້ວານນີ້ ວັນທີ 14 ມັງກອນ 2020…

