ສາທາລະນະສຸກ ແຂວງວຽງຈັນຈະສ້າງສູນໜ່ວຍງານກູ້ໄພສຸກເສີນຢູ່ຕີນພູເກົ້າຫຼັກ

ທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໄດ້ກ່າວເມື່ອບໍ່ດົນມານີ້ໃຫ້ວ່າ:  ພະແນກສາທາລະນະສຸກ ແຂວງວຽງຈັນ ມີແຜນຈະສ້າງສູນໜ່ວຍງານກູ້ໄພສຸກເສີນຢູ່ຕີນພູຂອງ ເສັ້ນທາງພູເກົ້າຫຼັກເມືອງກາສີ ຫາ ເມືອງນານ ເພາະເສັ້ນທາງດັ່ງກ່າວນີ້ມີອຸບັດເຫດເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ການຊ່ວຍເຫຼືອສຸກເສີນຂອງໜ່ວຍງານກ່ຽວຂ້ອງມີຄວາມຫຍຸ້ງຍາກ, ຊັກຊ້າ ແລະ ບໍ່ທັນໄດ້ດີເທົ່າທີ່ຄວນ. ສູນໜ່ວຍກູ້ໄພສຸກເສີນນີ້ ຈະມີອຸປະກອນກູ້ໄພ, ລົດກູ້ໄພ,…

ລັດຖະບານລາວຖືເອົາການປ້ອງກັນ, ລົບລ້າງການນຳໃຊ້ແຮງງານເດັກເປັນວຽກງານບູລິມະສິດທີ່ສໍາຄັນ

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລົບລ້າງການນໍາໃຊ້ແຮງງານ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສຳລັບໄວໜຸ່ມ ຂອງ ສປປ ລາວໄລຍະ 2021-2025 ທີ່ໄດ້ຈັດຂຶ້ນເມື່ອວັນທີ 24 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ ຊຶ່ງຜູ້ເຂົ້າຮ່ວມໄດ້ປຶກສາຫາລືບັນດາກິດຈະກຳ ແລະ ໜ້າວຽກຕ່າງໆກຽ່ວກັບແຜນງານແຫ່ງຊາດເພື່ອປ້ອງກັນ…

ການເຊື່ອຖືງົມງວາຍແມ່ນສາເຫດໜຶ່ງທີ່ເປັນອຸປະສັກໃນການແກ້ໄຂຄວາມທຸກຍາກ ຢູ່ແຂວງເຊກອງ

ອໍານາດການປົກຄອງແຂວງເຊກອງແຈ້ງໃຫ້ຮູ້ວ່າ: ການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງເຊກອງຍັງມີອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນປີ 2021 ນີ້ໂດຍສະເພາະແມ່ນການເຊື່ອຖືແບບງົມງວາຍທີ່ຍັງບໍ່ສາມາດລົບລ້າງໄດ້ຢ່າງຂາດຕົວ, ມີປະຊາຊົນທີ່ທຸກຍາກຈໍານວນໜຶ່ງບໍ່ໃຫ້ການຮ່ວມມືເທົ່າທີ່ຄວນກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດວຽກງານແກ້ໄຂຄວາມທຸກຍາກ ນອກນັ້ນການດໍາລົງຊີວິດຂອງປະຊາຊົນທີ່ອາໄສຢູ່ເຂດຫ່າງໄກສອກຫຼິກຍັງອາໄສທໍາມະຊາດເປັນຫຼັກຈຶ່ງເຮັດໃຫ້ອັດຕາສ່ວນຄວາມທຸກຍາກຂອງປະຊາຊົນຍັງກວມອັດຕາສ່ວນສູງໂດຍສະເພາະຢູ່ 2 ເມືອງພູດອຍຄື: ເມືອງກະລຶມ ແລະ ເມືອງດາກຈຶງ. ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ຕື່ມອີກວ່າ: ຮອດປັດຈຸບັນນີ້ຢູ່ແຂວງເຊກອງມີຄອບຄົວທີ່ບໍ່ທັນບັນລຸມາດຖານຄອບຄົວພົ້ນທຸກ 11.889 ຄອບຄົວ ເທົ່າກັບ 49,76 %…

ປີ 2021 ນີ້, ການກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພຈາກສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຈະສ້າງສໍາເລັດພຽງແຕ່ 496 ຫຼັງ

ບໍລິສັດວັນແສງ ພັດທະນາກໍ່ສ້າງຈໍາກັດ ແຈ້ງໃຫ້ຮູ້ວ່າ: ເຮືອນຈໍານວນໜຶ່ງໃນຈໍານວນ 204 ຫຼັງທີ່ຍັງບໍ່ທັນໄດ້ລົງມືກໍ່ສ້າງ ຂອງໂຄງການກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພຈາກສັນ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ທີ່ຜ່ານມາ ທີ່ເມືອງສະໜາມໄຊ ແຂວງອັດຕະປື ລວມທັງໝົດ 700 ຫຼັງ ຈະໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ມີນາ 2021 ທີ່ຈະມາເຖິງນີ້ ພາຍຫຼັງທີ່ກ່ອນໜ້ານີ້ບໍລິສັດໄດ້ລົງມືກໍ່…

ຜູ້ປະກັນຕົນໃນຂະແໜງຕັດຫຍິບທີ່ໄດ້ຮັບ ຜົນກະທົບຈາກ ພະຍາດໂຄວິດ-19 ຈະໄດ້ຮັບເງິນອຸດໜູນໄລຍະສັ້ນ 900.000 ກີບຕໍ່ຄົນ

ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ຂອງສະຫະພັນເຢຍລະມັນໄດ້ສະໜັບສະໜູນເງິນຫຼາຍກວ່າ 1,8 ລ້ານໂດລາສະຫະລັດ ໃຫ້ແກ່ອົງການປະກັນສັງຄົມແຫ່ງຊາດລາວ ຜ່ານອົງການແຮງງານ ສາກົນເພື່ອເປັນເງິນອຸດໜູນໄລຍະສັ້ນ ໃຫ້ແກ່ຜູ້ປະກັນຕົນ (ສະມາຊິກປະກັນສັງຄັມ) ໃນໂຮງງານຕັດຫຍິບທີ່ໄດ້ຮັບຜົນກະທົບດ້ານລາຍ ຮັບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຊຶ່ງຈະມີຜູ້ປະກັນຕົນເກືອບ 17.000 ຄົນທີ່ຈະໄດ້ຮັບເງິນອຸດໜູນດັ່ງກ່າວຈໍານວນ 900.000 ກີບຕໍ່ຄົນ ຊຶ່ງຈະເລີ່ມມີການມອບເງິນດັ່ງກ່າວນັບແຕ່ເດືອນມີນາ…

ຊີມອາຫານພື້ນເມືອງລາວທີ່ຫຼາກຫຼາຍ ແລະ ອາຫານ 9 ປະເທດຢູ່ເທດສະການອາຫານລາວປະຈໍາປີ 2021

ງານເທດສະການອາຫານລາວປະຈໍາປີ 2021 ໄດ້ເລີ່ມເປີດຢ່າງເປັນທາງການແລ້ວນັບແຕ່ມື້ວັນທີ 23 ຫາ 27 ກຸມພາ 2021 ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີ 100 ກວ່າຮ້ານເຂົ້າຮ່ວມ ທີ່ມາຈາກນະຄອນຫຼວງວຽງຈັນ, ຈາກຕ່າງແຂວງ ແລະ ຮ້ານອາຫານພື້ນເມືອງ 9 ປະເທດຊຶ່ງປະກອບມີປະເທດ ຫວຽດນາມ,…

ເຈົ້າໜ້າທີ່ຄາດວ່າມີຜູ້ຮ່ວມຂະບວນການ 3 ຄົນໃນການປຸ້ນເອົາຄໍາສອງຜົວເມຍຢູ່ ເມືອງທ່າແຂກ

ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຄຳມ່ວນ ແຈ້ງໃຫ້ຮູ້ວ່າ: ຈາກກໍລະນີທີ່ມີຄົນຮ້າຍໃຊ້ປືນສັ້ນຍິງສອງຜົວເມຍເຈົ້າຂອງຮ້ານຂາຍຄໍາເສຍຊີວິດເພື່ອປຸ້ນເອົາຄໍາຊຶ່ງເຫດເກີດເມື່ອວັນ 20 ກຸມພາ 2021ຜ່ານມາທີ່ຕະຫຼາດຫຼັກ 2 ເມືອງທ່າແຂກ ແຂວງຄໍາມ່ວນນັ້ນ, ຮອດປັດຈຸບັນນີ້ຍັງບໍ່ສາມາດຈັບຕົວຄົນຮ້າຍໄດ້ເທື່ອພົບເຫັນພຽງແຕ່ລົດຈັກ, ປືນສັ້ນທີ່ໃຊ້ໃນການກໍ່ເຫດ, ກະເປົາໃສ່ຄໍາ ແລະ ເຄື່ອງນຸ່ງຜູ້ກໍ່ເຫດທີ່ຖີ້ມໄວ້ຢູ່ໃນປ່າເຂດເມືອງທ່າແຂກ ແລະ ຄາດວ່າມີ 3 ຄົນທີ່ຮ່ວມຂະບວນການ…

ກະຊວງປ້ອງກັນປະເທດສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳປີ 2020

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳປີ 2021 ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ຊຶ່ງກອງປະຊຸມແມ່ນໄດ້ດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ 22…

ອົງການຢູນີເຊັບສືບຕໍ່ມອບອຸປະກອນການສຶກສາ ແລະ ອຸປະກອນຕ້ານໂຄວິດ-19 ໃຫ້ແກ່ລາວ

ອົງການຢູນີເຊັບປະຈຳ ສປປ ລາວ ໄດ້ມອບປຶ້ມຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນການສຶກສາ, ສະບູ, ອຸປະກອນຮັກສາຄວາມສະອາດ ແລະ ອະນາໄມອື່ນໆໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ໂຄງການຕອບໂຕ້ພະຍາດໂຄວິດ-19 ໃນຂະແໜງການສຶກສາ. ພິທີມອບຮັບປຶ້ມ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສຶກສາທິການ ແລະ…

ການກໍ່ສ້າງຂົວຂ້າມແມ່ນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວມີຄວາມຊັກຊ້າກວ່າແຜນການ

ລັດວິສາຫະກິດກໍ່ສ້າງຄົມມະນາຄົມໃຫ້ຮູ້ວ່າ: ການກໍ່ສ້າງຂົວຂ້າມແມ່ນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວຜ່ານໄປ 3 ປີ (2017-2020) ສໍາເລັດພຽງ 50% ຊຶ່ງມີຄວາມຊັກຊ້າກວ່າແຜນການທີ່ວາງໄວ້ຍ້ອນວ່າໂຄງການຕັ້ງຢູ່ເຂດຫ່າງໄກສອກຫຼີກ, ມີຄວາມຫຍຸ້ງຍາກໃນການຂົນສົ່ງວັດສະດຸກໍ່ສ້າງ, ລະດັບແມ່ນ້ຳຂອງບໍ່ປົກກະຕິ ແລະ ດ້ານງົບປະມານກໍ່ຕອບສະໜອງໃຫ້ການກໍ່ສ້າງແຕ່ລະໄລຍະບໍ່ພຽງພໍ. ໂຄງການກໍ່ສ້າງຂົວດັ່ງກ່າວນີ້ເປັນໂຄງການຂອງລັດຖະບານລາວ ໂດຍມີມູນຄ່າກໍ່ສ້າງທັງໝົດ 180 ກວ່າຕື້ກີບ…