ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ເນັ້ນຜະລິດແນວພັນພຶດ-ສັດ ທີ່ມີຄຸນນະພາບເພື່ອສະໜອງໃຫ້ຊາວກະສິກອນ
ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ແຂວງອຸດົມໄຊ ເນັ້ນຜະລິດແນວພັນພຶດ-ສັດ ທີ່ມີຄຸນນະພາບອອກສູ່ສັງຄົມໂດຍສະເພາະສະໜອງໃຫ້ຊາວກະສິກອນ, ພ້ອມກັນນັ້ນສູນດັ່ງກ່າວ ຍັງເປັນບ່ອນສ້າງບຸກຄະລາກອນ ໂດຍການຮັບເອົານັກສຶກສາຈາກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ , ແຂວງ ຫຼວງນ້ຳທາ ແລະ ໂຮງຮຽນວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແຂວງຫຼວງພະບາງມາຝຶກງານ ເພື່ອຮຽນຮູ້ດ້ານທິດສະດີ…

