ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົນມີສ່ວນຮ່ວມຢ່າງເປັນທາງການ

ອໍານາດການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີເປີດການທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົົນມີສ່ວນຮ່ວມຢູ່ເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ສະຫວັນນະເຂດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້. ປັດຈຸບັນນີ້, ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດໄດ້ມີການພັດທະນາພື້ນຖານໂຄງລ່າງ ແລະ…

ຄົນລາວຈໍານວນຫຼາຍຍັງນິຍົມສິນຄ້ານໍາເຂົ້າ

ເປັນຫຍັງຄົນລາວຍັງນິຍົມສິນຄ້ານໍາເຂົ້າທັງໆທີ່ສິນຄ້າບາງຢ່າງຂອງຄົນລາວຄຸນນະພາບເທົ່າທຽມກັນ ຫຼື ດີກວ່າຊໍ້າ ນອກນັ້ນລາຄາຍັງຖືກກວ່າ ແລະ ເປັນຜະລິດຕະພັນທີ່ຄົນລາວຜະລິດເອງ? ນີ້ອາດເປັນຄໍາຖາມທີ່ຜູ້ປະກອບການພາຍໃນທຸກໆທ່ານຢາກຕັ້ງຄໍາຖາມໄປເຖິງຜູ້ທີ່ນິຍົມສິນຄ້ານໍາເຂົ້າ ຫຼື ສິນຄ້າຕ່າງປະເທດ. ບໍລິສັດ ເອັສອີເອັສ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນບໍລິສັດທີ່ຜະລິດໝໍໍ້ແປງໄຟຟ້າຍີ່ຫໍ້ SK  ຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ ກໍ່ເປັນບໍລິສັດໜຶ່ງທີ່ໄດ້ຮັບຜົນກະທົບຈາກໝໍ້ແປງນໍາເຂົ້າ. ທ່ານ…

ສສຊ ແລະ ສສຂ ແຂວງໄຊສົມບູບປະກອບມີ 6 ຊົນເຜົ່າ

ແຂວງໄຊສົມບູນເປັນເຂດເລືອກຕັ້ງທີ 18 ມີຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9  ປະກອບມີ 6 ເຜົ່າ ຄື: ເຜົ່າລາວ, ເຜົ່າອິວມຽນ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຜູ້ໄທ ແລະ ເຜົ່າ ອາຄາ ໂດຍມີຜູ້ຮັບສະໝັກເລືອກຕັ້ງ ສສຊ…

ປະຊາຊົນຍັງໃຊ້ທ່າເຮືອນ້ອຍລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍ ແລະ ການລັກລອບ ເຂົ້າເມືອງ ຢູ່ແຂວງສະຫວັນນະເຂດ

ອໍານາດການປົກຄອງແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ຢູ່ຕາມທ່າເຮືອນ້ອຍຕ່າງໆຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດທີ່ຕັ້ງຢູ່ລຽບແຄມແມ່ນ້ຳຂອງເຊັ່ນ: ທ່າຈອມແກ້ວ, ທ່າດອນເຊັງ ແລະ ທ່າວຽງສະຫວັນ ຍັງມີປະກົດການລັກລອບນຳເຂົ້າສິນຄ້າທີ່ຜິດກົດໝາຍລວມເຖິງການລັກລອບເຂົ້າເມືອງແບບ ຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ໄທ. ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດໄດ້ລົງສຳຫຼວດຢູ່ຈຸດທ່າເຮືອນ້ອຍດັ່ງກ່າວ ເມື່ອບໍ່ດົນມານີ້ ເພື່ອຊີ້ນໍາໃຫ້ເຈົ້າໜ້າທີ່ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນປະກົດການຫຍໍ້ທໍ້ດັ່ງກ່າວ ໂດຍເພີ່ມຄວາມເຂັ້ມງວດໃນການກວດ ກາລາດຕະເວນ. ພ້ອມນີ້ທ່ານຍັງໄດ້ລົງຕິດຕາມສະພາບສູນຈໍາກັດບໍລິເວນຢູ່ສະໜາມກິລາຫຼັກ 4…

ແຂວງອັດຕະປື ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ການຮ່ວມມືຫຼາຍວຽກງານ

ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຂວງອັດຕະປື ໄດ້ເຊັນສັນຍາຫຼາຍວຽກງານສໍາຄັນ, ຊຶ່ງປະກອບມີ: ວຽກງານເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ ກັບພາກພື້ນ ແລະ ສາກົນ ເພື່ອຊອກຫາຕະຫຼາດຈຳໜ່າຍສິນຄ້າລາວ ກໍ່ຄືສິນຄ້າຂອງ ແຂວງອັດຕະປື, ວຽກງານສົ່ງເສີມການພັດທະນາ ແລະ ຜະລິດເປັນສິນຄ້າ ຕິດພັນກັບຕະຫຼາດ,…

ຫົວພັນມີຄວາມພ້ອມທຸກດ້ານແລ້ວໃຫ້ແກ່ການເລືອກຕັ້ງ ສສຊ ແລະ ສສຂ

ສະພາປະຊາຊົນແຂວງຫົວພັນໄດ້ເປີດກອງປະຊຸມຕິດຕາມກວດກາຂອງຄະນະກໍາມະການເລືອກຕັ້ັງລະດັບຊາດ ເມື່ອວັນທີ 10 ກຸມພາ 2021ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ປອ ບົວຄໍາ ທິບພະວົງ ປະທານ ກໍາມາທິການຍຸຕິທໍາ, ກໍາມະການອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳວອນ ບຸນທະວົງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ.…

ລັດກຽມຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ສຳລັບບຸກຄົນ

ກະຊວງການເງິນແຈ້ງໃຫ້ຮູ້ວ່າ: ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ສຳລັບບຸກຄົນແມ່ນເພື່ອແນໃສ່ການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ໃຫ້ເຂົ້າໃນລະບົບເພື່ອຮັບປະກັນໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດມີຄວາມຖືກຕ້ອງ, ໂປ່ງໃສ, ຄົບຖ້ວນ, ຍຸຕິທຳ ທັງເປັນການແກ້ໄຂບັນຫາການສໍ້ລາດບັງຫຼວງ. ກະຊວງການເງິນໄດ້ອອກແຈ້ງການກ່ຽວກັບການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນສຳລັບບຸກຄົນເມື່ອບໍ່ດົນມານີ້ເຖິງບຸກຄົນພາຍໃນ ແລະ ຕ່າງປະເທດທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າ ແລະ…

ສຕລ ກຽມເປີດສະໜາມ ບານເຕະລາວລີກ ເດືອນມີນາ ນີ້

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກຽມເປິດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2021 ໃນວັນທີ 6 ເດືອນມີນາ 2021 ນີ້, ລວມເງິນລາງວັນການແຂ່ງຂັນ ທັງໜົດ 1 ຕື້ກວ່າກີບ. ສຕລ ໄດ້ແຈ້ງໃຫ້ຊາບ ເມື່ອບໍ່ດົນມານີ້ວ່າ: …

ບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວສົນໃຈລົງທຶນ ກ່ຽວກັບການຂຸດຄົ້ນ ແຮ່ເຫຼັກຢູ່ແຂວງໄຊສົມບູນ

ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ ໃນເນື້ອທີ່ 102,52 ກິໂລຕາແມັດ ເຂດບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ. ອີງຕາມບົດບັນທຶກດັ່ງກ່າວ, ບໍລິສັດ ບໍ່ແຮ່ໄທຊານ…

ໄລຍະ 1 ເດືອນມານີ້ມີຜູ້ຕິດເຊື້ອໄຂ້ຍຸງ ລາຍແລ້ວ 115 ຄົນໃນຂອບເຂດທົ່ວປະເທດ

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ຖືວ່າເປັນປະກົດການໃໝ່ຂອງໄຂ້ຍຸງລາຍເພາະໃນໄລຍະທີ່ຜ່ານມາໄຂ້ຍຸງລາຍຈະສາມາດແຜ່ເຊື້ອໄດ້ສະເພາະໃນລະດູຝົນເທົ່ານັ້ນ ແຕ່ປັດຈຸບັນນີ້ພົບວ່າມີ ຜູ້ຕິດ ເຊື້ອໄຂ້ຍຸງໃນລະດູໜາວນຳອີກ.ກົມຄວບຄຸມພະຍາດຕິດຕໍ່ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນັບແຕ່ວັນທີ 26 ທັນວາ 2020 – 9 ກຸມພາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 115 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ…