ປກສ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 15 ກຸມພາ 2021 ທີ່ຜ່ານມາ ໄດ້ນໍາຕົວນາງ ວຽງທອງ ອາຍຸ 35 ປີ ພ້ອມດ້ວຍລູກນ້ອຍ ອາຍຸ 1 ປີ 5 ເດືອນ ຊຶ່ງເປັນປະຊາຊົນບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ ໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ໄດ້ນໍາສົ່ງທັງສອງແມ່ລູກໄປສູນ ຈໍາກັດບໍລິເວນຫຼັກ 27 ເປັນທີ່ຮຽບຮ້ອຍແລ້ວພາຍຫຼັງທີ່ຜູ້ກຽ່ວໄດ້ໜີການແຜ່ ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໄທ ໂດຍການເອົາເງິນໃຫ້ຜູ້ຂັບລົດພວງຄົນໄທ ຫຼື ລົດບັນທຸກສິນຄ້າ ຈຳນວນ 3.000 ບາດເພື່ອຂຶ້ນລົດດັ່ງກ່າວໃນການລັກລອບກັບຄືນມາປະເທດ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ I ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງນະຄອນ ຫຼວງ ວຽງຈັນໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ທີ່ຜ່ານມາ ແລະ ຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ ກ່ຽວເອງຕໍ່ມາ ເຈົ້າໜ້າທີ່ ຈຶ່ງໄດ້ຮັບລາຍງານຈາກຜູ້ຫວັງດີໃນວັນທີ 15 ກຸມພາ 2021 ກຽ່ວກັບການລັກລອບກັບຄືນປະເທດຂອງນາງວຽງທອງ.
ຈາກການລັກລອບກັບຄືນປະເທດແບບຜິດກົດໝາຍຂອງນາງວຽງທອງໃນຄັ້ງນີ້, ຜູ້ກ່ຽວແມ່ນໄດ້ຈ່າຍຄ່າກວດຫາເຊື້ອພະຍາດໂຄວິດ-19 ດ້ວຍຕົວເອງຈໍານວນ 1,2 ລ້ານກີບ/ຄົນ/ເທື່ອ ແລະ ຄ່າອາຫານໃນເວລາທີ່ຢູ່ສູນຈໍາກັດບໍລິເວນ 50.000 ກີບຕໍ່ມື້/ຄົນເປັນເວລາ 14 ວັນ.
ຂໍ້ມູນ-ພາບ: ປກສ ນວ

