ລາວ-ໄທ ຮ່ວມມືສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ
ເຈົ້າໜ້າທີ່ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ໄດ້ເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ການຮ່ວມມືໃນຕໍ່ໜ້າ ແລະ ຮ່ວມກັນລາດຕະເວນທາງນໍ້າ ຢູ່ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2. ພິທີເຊັນບົດບັນທຶກ ໄດ້ຖືກຈັດຂື້ນເມື່ອບໍ່ດົນມານີ້ ໃນລະຫວ່າງກອງປະຊຸມຄະນະໜ່ວຍປະສານງານ ປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ…