ສປປ ລາວ ຈະເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍ ຊີງແຊ້ມໂລກ ຄັ້ງທີ 17 ໃນທ້າຍປີນີ້

ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍ ຊີງແຊ້ມໂລກ ຄັ້ງທີ 17 ໃນລະຫວ່າງວັນທີ 3-9 ທັນວາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍຄາດວ່າຈະມີຄະນະ ແລະ ນັກກິລາທັງໝົດ 400 ຄົນ ທີ່ເປັນສະມາຊິກຫຼາຍກວ່າ 45 ປະເທດເຂົ້າຮ່ວມ, ສະເພາະນັກກິລາລາວ…

ງານມະຫະກຳຮູບເງົາຍີ່ປຸ່ນຄັ້ງທີ 9 ຈະມີຮູບເງົາຍີ່ປຸ່ນ 8 ເລື່ອງ

ງານມະຫະກຳຮູບເງົາຍີ່ປຸ່ນຄັ້ງທີ 9 ຈະຈັດຂຶ້ນຕັ້ງແຕ່ວັນທີ 28 ກຸມພາ ຫາ ວັນທີ 8 ມີນາ 2026 ທີ່ຈະມາເຖິງນີ້ ເພື່ອສະເຫຼີມສະຫຼອງຮູບເງົາຍີ່ປຸ່ນທີ່ເປັນທີ່ນິຍົມຂອງຜູ້ຊົມໃນລາວ ໂດຍຈະມີຮູບເງົາຍີ່ປຸ່ນ 8 ເລື່ອງ. ງານດັ່ງກ່າວຈັດໂດຍມູນນິທິຍີ່ປຸ່ນ (JF), ຫ້ອງການປະສານງານວຽງຈັນ. ພິທີເປີດງານຈະຈັດຂຶ້ນໃນວັນທີ 27…

ນະຄອນຫຼວງວຽງຈັນມີໜ່ວຍເລືອກຕັ້ງ 843 ໜ່ວຍ

ຄະນະຮັບຜິດຊອບເລືອກຕັ້ງຢູ່ຄອນຫຼວງວຽງຈັນໄດ້ກຽມຄວາມພ້ອມຢ່າງຮອບດ້ານ ເພື່ອຮອງຮັບການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຊຶ່ງຈະຈັດຂຶ້ນໃນວັນອາທິດ ທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ໂດຍໄດ້ຈັດຕັ້ງໜ່ວຍປ່ອນບັດ 843 ໜ່ວຍ. ທ່ານ ສິລິລາດ…

ຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 9 ລົງຫາສຽງຢູ່ ກຳລັງ ປກຊ-ປກສ

ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງແຂວງຊຽງຂວາງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ຊຸດທີ X ລົງຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຊຽງຂວາງໃນວັນທີ 9-10 ກຸມພາ 2026 ທີ່ຜ່ານມານີ້, ຢູ່…

ມີນາ ແລະ ຄູໂຈໂຈ້ ນັກສ້າງເນື້ອຫາທາງອອນລາຍ

ໄດ້ຮັບໃບຍ້ອງຍໍຈາກລັດຖະບານລາວແລະ ຈີນ ໃນການຮັບໜ້າທີ່ເປັນການ “ການທູດວັດທະນະທຳລະຫວ່າງລາວ ແລະ ຈີນ” ນາງ ມີນາ ສາວລາວ ແລະ ຄູໂຈໂຈ້, ສອງນັກສ້າງເນື້ອຫາອອນໄລນ໌ທີ່ມີຊື່ສຽງຂອງປະເທດລາວ ໂດຍມີຜູ້ຕິດຕາມຫຼາຍກວ່າ 2 ລ້ານຄົນ, ໄດ້ຮັບໃບຍ້ອງຍໍ ຈາກຝ່າຍລາວ ແລະ ຈີນ ເພື່ອຍ້ອງຍໍຜົນງານໃນການສົ່ງເສີມສາຍພົວພັນດ້ານວັດທະນະທໍາລະຫວ່າງສອງປະເທດ.…

ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ

ໃນລະຫ່ວາງວັນທີ 8-9 ກຸມພານີ້, ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີ ຕົວ ແລະ ໂຄສະນາຫາສຽງຢູ່ເມືອງໃໝ່ ຊຶ່ງເປັນເມືອງທຳອິດໃນການລົງໂຄສະນາຫາສຽງ ໂດຍການນຳພາຂອງ ທ່ານ ພົຕ ສົມພອນ ມິດຕະພອນ…

ການລົງເຄື່ອນໄຫວຫາສຽງຂອງຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເປັນໄປຢ່າງຟົດຟື້ນ

ຄະນະລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ເລີ່ມລົງເຄື່ອນໄຫວໂຄສະນາຫາສຽງຢ່າງເປັນທາງການ ເພື່ອພົບປະກັບພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ. ໃນການເຄື່ອນໄຫວມື້ທຳອິດນີ້, ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງເປັນຜູ້ລົງສະໝັກຮັບເລືອກຕັ້ງໝາຍເລກ 05…

ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກທ່ອງທ່ຽວໃນປີຜ່ານມາ

ໃນໄລຍະ 1 ປີຜ່ານມາ ຫຼື ປີ 2025 ທີ່ຜ່ານມາ, ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກຂະແໜງທ່ອງທ່ຽວໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 728,064 ເທື່ອຄົນ, ໃນນັ້ນ,​ ນັກທ່ອງທ່ຽວພາຍໃນ 286,941 ຄົນ, ນັກທ່ອງທ່ຽວຊາຍແດນ 133.809 ຄົນ…

ປະຊາຊົນລາວ ຮ່ວມສະເຫຼີມສະຫຼອງບຸນກຸດຈີນ 2026 ກັບກິດຈະກຳຫຼາກຫຼາຍ ຈາກສູນວັດທະນະທຳຈີນ

 ບັນຍາກາດຄວາມຄຶກຄື້ນ ແລະ ຄວາມມ່ວນຊື່ນໄດ້ປົກຄຸມພື້ນທີ່ຈັດງານ ໃນໂອກາດທີ່ປະຊາຊົນລາວຈຳນວນຫຼາຍ ໄດ້ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງບຸນກຸດຈີນ 2026 ຊຶ່ງຈັດຂຶ້ນໂດຍ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເພື່ອສົ່ງເສີມການແລກປ່ຽນດ້ານວັດທະນະທຳ ແລະ ສາຍສຳພັນມິດຕະພາບອັນດີລະຫວ່າງລາວ–ຈີນ. ງານດັ່ງກ່າວຈັດຂຶ້ນເປັນເວລາ 2 ມື້ ຄື: ວັນທີ 7–8…

ນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືຫຼາຍດ້ານ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນວັນທີ 7 ກຸມພາ 2026 ທີ່ຜ່ານມານີ້…