ນາຍົກລັດຖະມົນຕີ ທ່ຽວຊົມ ແລະ ຂໍພອນພຣະທາດສາມປາງ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງ 15 ແຂວງຈໍາປາສັກ (ຄະນະທີ1), ໄດ້ທ່ຽວຊົມ, ສັກກາລະບູຊາຂໍພອນພະທາດສາມປາງ ແລະ ຮັບຟັງການບອກເລົ່າປະຫວັດຄວາມເປັນມາຂອງພຣະທາດສາມປາງ ເມື່ອມໍ່ໆມານີ້ ຈາກເຖົ້າແກ່ແນວໂຮມບ້ານທາດສາມປາງ. ພຣະທາດສາມປາງເປັນສະຖານທີ່ທ່ອງທ່ຽວຂອງເມືອງສຸຂຸມາ ທີ່ຖືກຮັບຮອງ ເປັນມໍລະດົກທາງດ້ານວັດທະນະທໍາລະດັບທ້ອງຖິ່ນໃນຕົ້ນປີ 2026…

