ຍີ່ປຸ່ນຊ່ວຍ “ໂຄງການເສີມສ້າງການຈັດການຄຸນນະພາບນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ”
ລັດຖະບານຍີ່ປຸ່ນຕາງໜ້າໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ເຊັນສັນຍາເອກະສານແລກປ່ຽນຮ່ວມກັບ ທ່ານ ນາງ ບຸດສະດີ ສັນຕິພິທັກ, ຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ເມື່ອມໍ່ໆມານີ້ ກ່ຽວກັບ “ໂຄງການເສີມສ້າງການຈັດການຄຸນນະພາບນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ” (ມູນຄ່າການສະໜັບສະໜູນ 424 ລ້ານເຢັນ). ໃນຂົງເຂດແມ່ນໍ້າຂອງຕອນລຸ່ມ…

