Vientiane Times Lao

ສກລ ແຈ້ງໃຫ້ປິດຊົ່ວຄາວ ສູນອອກກໍາລັງກາຍໃນຂອບເຂດທົ່ວປະເທດ

ສະຫະພັນກິລາເພາະກາຍແຫ່ງຊາດລາວ (ສກລ) ອອກແຈ້ງການໃນວັນທີ 25 ມີນາ 2020 ວ່າ: ເຖິງ ເຈົ້າຂອງສູນອອກກໍາລັງກາຍທົ່ວປະເທດ ແລະ ຂໍຄວາມຮ່ວມມືໃຫ້ຢຸດບໍລິການອອກກໍາລັງກາຍຊົ່ວຄາວ.  ອອກແຈ້ງການດັ່ງກ່າວໄດ້ລະບຸໃຫ້ສູນອອກກໍາລັງກາຍໃນຂອບເຂດທົ່ວປະເທດຢຸດບໍລິການ ນັບແຕ່ ວັນທີ 27 ມີນາ ເປັນຕົ້ນໄປ ຈົນເຖິງ 30 ເມສາ…

ລາຄາສິນຄ້ານຳເຂົ້າເລີ່ມເໜັງຕິງຫຼັງຈາກມີການປິດດ່ານ

ຫຼັງຈາກທີ່ພະຍາດ COVID-19 ໄດ້ມີການແຜ່ລະບາດຢູ່ຫຼາຍປະເທດ, ລັດຖະບານລາວໄດ້ມີການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນພະຍາດດັ່ງກ່າວ ມາດຕະການນີ້ ອາດຈະເປັນສາຍເຫດໜຶ່ງເຮັດໃຫ້ລາຄາສິນຄ້າເໜັງຕິງ. ສິນຄ້ານຳເຂົ້າຫຼາຍປະເພດຂາດຕະຫຼາດ ເພາະສາມາດນຳເຂົ້າ ໄດ້ແຕ່ຢູ່ດ່ານສາກົນ 27 ແຫ່ງໃນທົ່ວປະເທດເທົ່ານັ້ນ ແຕ່ກົງກັນຂ້າມຄວາມຕ້ອງການຂອງຕະຫຼາດພັດເພີ່ມຂຶ້ນ ນອກນັ້ນ ປະຊາຊົນຍັງມີການຊື້ສິນຄ້າໄປກັກຕຸນໄວ້. ນາງ ມຸກ…

ນະຄອນຫຼວງມີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມອີກ 1 ຄົນ

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍ ວັນທີ 25 ມີນາ 2020 ນີ້ ວ່າ: ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອພະຍາດ COVID-19 ອີກ 1 ຄົນ,…

ນາຍົກ ແນະນໍາໃຫ້ທຸກພາກສ່ວນປະຕິບັດມາດຕະການປ້ອງກັນ COVID-19 ຢ່າງເຂັ້ມງວດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ທຸກພາກສ່ວນເພີ່ມຄວາມເຂັ້ມງວດໃນການປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ ແລະ ສະກັດກັ້ນ ພະຍາດ COVID-19 ທີ່ຄະນະສະເພາະກິດ ໄດ້ອອກແຈ້ງການໃນຜ່ານມາ. ການແນະນໍາດັ່ງກ່າວແມ່ນໃນໂອກາດທີ່ທ່ານໃຫ້ສໍາພາດຕໍ່ສື່ມວນຊົນໃນມື້ນີ້ ເຊິ່ງທ່ານນາຍົກ ໄດ້ກ່າວວ່າ: ໃຫ້ທຸກພາກສ່ວນໃນສັງຄົມທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະສຳນັກງານ-ອົງການ ປຶກສາຫາລືກັນ…

ສະຫວັນນະເຂດ ສຸມໃສ່ພັດທະນາພື້ນຖານໂຄງລ່າງຕາມແລວເສດຖະກິດ

ບັນດາ 6 ໂຄງການຍ່ອຍຂອງໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ຫຼື GMS ໄດ້ມີການເຊັນສັນຍາໃນບໍ່ດົນມານີ້ທີ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ໂຄງການດັ່ງກ່າວໄດ້ມີການເຊັນສັນຍາຮ່ວມມື ລະຫວ່າງບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງ ໂຄງການ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ…

ບໍ​ລິ​ສັດລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​​ວັດ​ທະ​ນະ​ທຳລາວ

ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ–ທອງ​ເຊ​ໂປນ ເມື່ອບໍ່​ດົນ​ມາ​ນີ້ ໄດ້​ມອບ​ຕູ້​ວາງ​ສະ​ແດງ ລວມ​ມູນ​ຄ່າ 25.000 ໂດ​ລາສະ​ຫະ​ລັດ ໃຫ້​ແກ່ຫໍ​ພິ​ພິທະ​ພັນ​​ແຫ່ງ​ຊາດ​ລາວ ທີ່​ນະ​ຄອນຫຼວງວຽງ​ຈັນ, ຫໍ​ພິ​ພິ​ທະ​ພັນ ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ຫໍ​ວັດ​ທະ​ນະ​ທຳ ເມືອງວິ​ລະ​ບູ​ລີ. ອີງຕາມແຫຼ່ງຂ່າວຈາກບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌…

ລາວຢືນຢັນເປັນທາງການ: ມີ 2 ຄົນ ຕິດເຊື້ອພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ

ຄະນະສະເພາະກິດໄດ້ຖະແຫຼງຂ່າວຕອນບ່າຍມື້ວັນທີ 24 ມີນາ 2020 ໄດ້ຢືນຢັນວ່າ ມີ 2 ຄົນ ຕິດເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ຢູ່ນະຄອນຫຼວງວຽງຈັນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ…

ນັກທຸລະກິດສະເໜີບັນຫາຜົນກະທົບຈາກພະຍາດ COVID-19 ເພື່ອໃຫ້ລັດຖະບານແກ້ໄຂ

ບັນດາຜູ້ປະກອບການໃນຫຼາຍແຂວງໄດ້ມີການສະເໜີໃຫ້ລັດຖະບານຫຼຸດພາສີ ແລະ ເລື່ອນການຊຳລະດອກເບ້ຍໃຫ້ແກ່ທະນາຄານ ເນື່ອງຈາກວ່າພວກເຂົາໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກພະຍາດ COVID-19 ທີ່ກຳລັງລະບາດໃນຫຼາຍປະເທດ. ປອ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ…

ແຮງງານລາວຫຼາຍ 100 ຄົນ ເດີນທາງກັບຈາກປະເທດໄທ

ນັບແຕ່ທ້າຍອາທິດທີ່ຜ່ານມາ ຈົນຮອດມື້ເຊົ້ານີ້ ແຮງງານລາວຫຼາຍ 100 ຄົນ ໄດ້ເດີນທາງກັບຈາກປະເທດໄທ ໂດຍຜ່ານດ່ານສາກົນຊ່ອງເມັກ, ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ແຫ່ງທີ່ 2. ເພື່ອປະຕິບັດຕາມມາດຕະການໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19, ທິມສະເພາະກິດສາທາລະນະສຸກ ຂອງ…

ລາຄານ້ຳມັນເຊື້ອໄຟທຸກຊະນິດ ຈະປັບລົງອີກເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 23 ມີນາ 2020​ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ,​ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ.​ ການລົງລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດ ໃນວັນທີ 24 ມີນາ 2020 ເລີ່ມແຕ່ເວລາ 6:00…