ສາຍການບິນລາວຈະໂຈະຖ້ຽວບິນໄປ ສ.ເກົາຫລີ ຊົ່ວຄາວ
ລັດວິສາຫະກິດການບິນລາວ ຄາດວ່າຈະໂຈະຖ້ຽວບິນ ຈາກນະຄອນຫຼວງວຽງຈັນ, ສປປ ລາວ ໄປນະຄອນຫຼວງເຊອູນ, ສ.ເກົາຫລີ ຊົ່ວຄາວໃນເດືອນໜ້າ ເນື່ອງຈາກມີຜູ້ໂດຍສານໜ້ອຍ. ທ່ານ ໜູແດງ ຈັນທະຜາສຸກ, ຫົວໜ້າພະແນກການຄ້າ ແລະ ການຕະຫຼາດ ຂອງລັດວິສາຫະກິດການບິນລາວ ໃຫ້ສໍາພາດກັບນັກຂ່າວວຽງຈັນທາຍວ່າ: ພວກເຮົາຄາດວ່າຈະໂຈະຖ້ຽວບິນດັ່ງກ່າວຊົ່ວຄາວ ເພາະຄົນເກົາຫລີໃຕ້ ສ່ວນຫຼາຍຈະບໍ່ເດີນທາງອອກນອກປະເທດໃນຊ່ວງນີ້…