ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດຫຼາຍປະເພດ
ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຢຶດຢາເສບຕິດຫຼາຍປະເພດເມື່ອມໍ່ໆມານີ້ທີ່ຊຸກເຊື່ອງໄວ້ໃນລົດບັນທຸກນ້ຳມັນ (ລົດສະແຕັກ) ບໍ່ຮູ້ວ່າເປັນຂອງບໍລິສັດໃດ ຕິດປ້າຍທະບຽນ ບກ 6078 ນະຄອນຫຼວງວຽງຈັນ ແລ່ນອອກຈາກຫ້ວຍຊາຍ ມຸ້ງໜ້າໄປທາງແຂວງຫຼວງນ້ຳທາ ໂດຍແມ່ນທ້າວ ເຢັ້ງກົ້ງ ຈັ້ງ ເປັນຜູ້ຂັບຂີ່ລົດຄັນດັ່ງກ່າວ. ຢາເສບຕິດ ຫຼື ຂອງກາງທີ່ຢຶດໄດ້ລວມມີເຄຕາມີນ ຖົງສີຂຽວ ຈຳນວນ…