ລະບົບຕຳຫຼວດເອເລັກ ໂຕຣນິກຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ

ກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເຊື່ອວ່າການພັດທະນາ ລະບົບຕຳຫຼວດເອເລັກໂຕຣນິກ ທີ່ທັນສະໄໝຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ ແລະ ເປັນພະຍານຫຼັກຖານໃນການດຳເນີນຄະດີ, ເປັນລະບົບລວມສູນມາດຕະຖານ ເຕັກນິກອັນດຽວກັນ ແລະ ອື່ນໆ. ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດ ລາວມະຫາຊັບ ພັດທະນາຈຳກັດຜູ້ດຽວ ລົງນາມເຊັນສັນຍາ ຮ່ວມມືພັດທະນາ…

ບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປີນີ້ ຈະມີການສະແດງ ໂດຣນ 590 ລຳ ເທິງທ້ອງຟ້າ ແລະ ກິດຈະກໍາອື່ນໆ

ງານບຸນນະມັດສະການຜາສາດຫີນວັດພູ ຈຳປາສັກ ປະຈຳປີ 2026 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 31 ມັງກອນ ຫາ 2 ກຸມພາ 2026 (ຂຶ້ນ 13-15 ຄ່ຳ ເດືອນ 3 ລາວ) ຈະມີການສະແດງ ໂດຣນ 590…

ທົ່ວປະເທດມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ທັງໝົດ 243 ທ່ານ ເລືອກເອົາ 175 ທ່ານ

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ວານນີ້ ກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ໂດຍມີຜູ້ສະໝັກທັງໝົດ 243 ທ່ານ (ຍິງ 66…

ປະທານປະເທດ ແລະ ຄະນະອອກເດີນທາງຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ, ໄດ້ເດີນທາງ ຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ…

ມອບ-ຮັບ ໜ້າທີ່ ເລຂາຄະນະບໍລິຫານງານພັກ, ປະທານສູນກາງແນວລາວສ້າງຊາດ

 ສູນກາງແນວລາວສ້າງຊາດ(ສນຊ) ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ປະທານ ສູນກາງແນວລາວສ້າງຊາດ ລະຫວ່າງ ສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະບໍລິຫານງານພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່)…

ນາຍົກເນັ້ນໃຫ້ຂະແໜງ ຮສສ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ກອງປະຊຸມວິຊາການວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດປະຈໍາປີ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 23 ມັງກອນ 2026 ທີ່ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສອນໄຊ…

ສິນຄ້າ ໝົດອາຍຸ ແລະ ເສື່ອມຄຸນນະພາບເປັນອັນຕະລາຍຕໍ່ສຸຂະພາບ

ສາທາລະນະສຸກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຮ້ຽມ ແຂວງຫົວພັນ ໄດ້ຈູດທຳລາຍສິນຄ້າທີ່ໝົດອາຍຸ ແລະ ເສື່ອມຄຸນນະພາບໃນວັນທີ 22 ມັງກອນ 2026 ທີ່ຜ່ານມານີ້ ຢູ່ສະຖານທີ່ຖີ້ມຂີ້ເຫຍື້ອຂອງເມືອງ ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາພັນ ແກ້ວບຸນຕາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ,…

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ​ ສະໄໝທີ XIV

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 22 ມັງກອນ ທີ່ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ​ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ​ ສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳຂອງວັນທີ 22…

ພິທີພຸດທະພິເສກສົມໂພດພຣະພຸດທະຮູບ ແລະ ຍົກຍອດຊໍ່ຟ້າຢູ່ບ້ານໃຫຍ່ພັດທະນາຫ້ວຍຍາງ

ຄະນະສົງວັດພູເຂົາຄຳຖໍ້າເສືອ ພ້ອມດ້ວຍ ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນຊາວບ້ານໃຫຍ່ພັດທະນາຫ້ວຍຍາງ ເມືອງຊະນະສົມບູນ ໄດ້ຈັດພິທີພຸດທະພິເສກສົມໂພດພຣະພຸດທະຮູບ ແລະ ຍົກຍອດຊໍ່ຟ້າ ໃນມື້ວານນີ້ ເພື່ອປະດິດສະຖານໄວ້ເປັນບອນສັກສິດກາບໄຫວ້ສັກກາລະບູຊາຂອງພໍ່ແມ່ປະຊາຊົນພາຍໃນບ້ານ ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງພຸດທະສາສະໜາທີ່ເຄີຍປະຕິບັດກັນມາໃຫ້ໝັ້ນຄົງຍືນຍົງ ຄຽງຄູ່ຢູ່ກັບຊາດລາວຄົນລາວຊາວພຸດຕະຫຼອດໄປ ເຊີ່ງໄດ້ຮັບຄວາມເມດຕາເຂົ້າຮ່ວມຂອງ ພະອາຈານໃຫຍ່ມະຫາ ສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສຳພັນລາວແຂວງຈຳປາສັກ, ມີ…

ປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ບຸກຄົນດີເດັ່ນກ່ຽວກັບວຽກງານຊາຍແດນ ລາວ-ຫວຽດນາມ ແລະ ລາວ-ມຽນມາ

ກະຊວງການຕ່າງປະເທດໄດ້ປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຊາຍແດນ ລາວ-ຫວຽດນາມ ແລະ ຊາຍແດນ ລາວ-ມຽນມາລວມມີຫຼຽນໄຊແຮງງານຊັ້ນ Ⅱຈໍານວນ 8 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ Ⅲຈຳນວນ 77 ທ່ານ, ຫຼຽນກາແຮງງານຈຳນວນທັງໝົດ139 ທ່ານ ແລະ ຊາຍແດນ…