ລາວສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບເຂັມທີ 1 ໄດ້ແລ້ວ 657.955 ໂດສ ແລະ ເຂັມທີ 2 ສັກໄດ້ 214.155 ໂດສ
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ເມື່ອວັນທີ 30 ພຶດສະພາ 2021 ທີ່ຜ່ານມາວ່າ: ປະຈຸບັນນີ້, ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ-19 ຮອບທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຊຶ່ງຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງສອງເຂັມກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້,…

