ປທສ ຂະຫຍາຍເວລາການຂຶ້ນທະບຽນ ເລກໝາຍໂທລະສັບ ແລະ ຊິມເນັດ ອອກໄປຮອດກາງປີ 2021
ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ເຂດຫ່າງໄກສອນຫຼີກ ແລະ ຜູ້ທີ່ກະກຽມເອກະສານທີ່ໃຊ້ປະກອບການຂຶ້ນທະບຽນບໍ່ທ່ວງທັນ, ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19. ຫ້ອງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກ່ຽວກັບການຂຶ້ນທະບຽນດັ່ງກ່າວວ່າ: ຈະໄດ້ຂະຫຍາຍເວລາການຂຶ້ນທະບຽນ ເລກໝາຍໂທລະສັບລະບົບ ( 020, 030)…

