ລາວ-ຈີນ ສືບຕໍ່ກໍ່ສ້າງຍົກສູງປະສິດທິພາບ ໃນການຂ້າມຜ່ານດ່ານ
ຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຈະສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງຢູ່ດ່ານຊາຍແດນ ເພື່ອຍົກສູງປະສິດທິພາບໃນການຂ້າມຜ່ານດ່ານ, ການຊື້ຂາຍແລກປ່ຽນສິນຄ້າ, ໄປມາຫາສູ່ຂອງປະຊາຊົນສອງປະເທດ ແລະ ອື່ນໆ, ພ້ອມກັນນັ້ນ ສອງຝ່າຍເຫັນດີຮ່ວມກັນຮັບຮອງບົດບັນທຶກຜົນການລົງວັດແທກ ແລະ ກຳນົດຈຸດລັກສະນະສະເພາະຢູ່ເສັ້ນຊາຍແດນ ລາວ-ຈີນ ຢູ່ບໍລິເວນເສັ້ນທາງ 12 ເລນ ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ. ໃນລະຫວ່າງວັນທີ 21-24…


