ຕໍາຫຼວດຈະລາຈອນ ນວ ມີຄວາມພ້ອມ 100% ໃນການປະຕິບັດໜ້າທີ່ ໃນໄລຍະສະຫຼອງປີໃໝ່ລາວ

ພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ນວ ມີຄວາມພ້ອມ 100% ເພື່ອຄຸ້ມຄອງຄວາມປອດໄພຕະຫຼອດໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວນີ້ ໃຫ້ມີຄວາມສະຫງົບປອດໄພຮອບດ້ານ ທັງສະກັດກັ້ນ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງຖະໜົນ. ພັທ ສັງຄົມ ຍົມມະລາດ ຫົວໜ້າພະແນກຕໍາຫຼວດຈະ ລາຈອນ ປກສ ນວ ໃຫ້ສໍາພາດເມື່ອມໍ່ໆມານີ້ວ່າ: ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ…

ຊາວໝຸ່ມເປັນກໍາລັງປະຈັນບານໃນທຸກສະໜາມຮົບ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ, ຊາວໜຸ່ມ ເປັນກຳລັງປະຈັນບານໃນທຸກສະໜາມຮົບ ຊາວໜຸ່ມແມ່ນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດມູນເຊື້ອວິລະກໍາປະຫວັດສາດ ທີ່ຈົງຮັກພັກດີຂອງພັກ ແລະ ເປັນກໍາລັງປະຈັນບານຂອງການປະຕິວັດ ໃນການເຮັດສໍາເລັດພາລະກໍາປະຫວັດສາດ ການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.…

ADB ຄາດຄະເນເສດຖະກິດ ສປປ ລາວ ໃນປີ 2026 ຈະຂະຫຍາຍຕົວພຽງ 4%

ອີງຕາມບົດລາຍງານການຄາດຄະເນ ການພັດທະນາຂອງອາຊີ (ADO) ສະບັບເດືອນເມສາ 2026 ໂດຍ ADB ລາຍງານຕໍ່ກອງປະຊຸມການພັດທະນາຂອງອາຊີ ຄາດຄະເນເດືອນເມສາ 2026 ຄວາມຂັດແຍ້ງໃນຕາເວັນອອກກາງ ທ້າທາຍຄວາມທົດທານໃນພາກພື້ນອາຊີ ແລະ ປາຊີຟິກ ຂຶ້ນໃນມື້ນີ້, ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ກາວີຕ້າ ໄອເຢັນກ້າ ຊ່ຽວຊານດ້ານເສດຖະກິດອາວຸໂສຂອງຫ້ອງການ…

ສະພາບຝຸ່ນ PM 2.5 ສູງເກີນມາດຕະຖານໃນຫຼາຍທ້ອງຖິ່ນ

ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ ກ່ຽວກັບວິກິດການມົນລະພິດທາງອາກາດ(PM2.5) ທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນທົ່ວປະເທດ ຄ່າ PM2.5 ສະເລ່ຍຢູ່ລະຫວ່າງ 93-159 µg/m³ ຊຶ່ງສູງກວ່າຄ່າມາດຕະຖານແຫ່ງຊາດ ແລະ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ. ອີງຕາມການຕິດຕາມດ້ວຍດາວທຽມ…

10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງເຈົ້າໜ້າທີ່ຫຼາຍກວ່າ 90 ຄົນ ປະຈຳການຕາມຈຸດຕ່າງໆ ເພື່ອອຳນວຍຄວາມສະດວກ ແລະ ສະກັດກັ້ນອຸບັດເຫດຕາມທ້ອງຖະໜົນຢ່າງເຂັ້ມງວດ ແລະ ວາງ 10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569 ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ.…

ກຕສ ເປີດການນຳໃຊ້ລະບົບ G-Chatv2 + LaoAI

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດນຳໃຊ້ “ລະບົບການສື່ສານຂອງພາກລັດເວີຊັນໃໝ່ ຫຼື G-Chat v2 + LaoAI” ເພື່ອຍົກລະດັບການສື່ສານພາກລັດແບບດີຈີຕອນ ໃຫ້ມີຄວາມປອດໄພ ແລະ ທັນສະໄໝ,ໃນວັນທີ 6 ເມສາ 2026 ຜ່ານມານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ…

ບຸນປີໃໝ່ລາວແມ່ນເກີດຈາກລູກສາວ 7 ຄົນຂອງພະອິນພະພົມໄດ້ເອົານໍ້າຫົດຫົວພໍ່ຂອງພວກເຂົາ

ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ເມສາຜ່ານມາ ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວກັບປະຫວັດຄວາມເປັນມາຂອງບຸນປີໃໝ່ລາວໂດຍສັງເຂບ. ພະອາຈານໃຫຍ່ ມະຫາເວດ…

ເປີດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈຳປີ 2026

ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2026 ພາຍໃຕ້ ຄໍາຂວັນ ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ ເມື່ຶອມໍ່ໆມານີ້ ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ. ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ກ່າວມນພິທີວ່າ:…

AFC ມອບລາງວັນໃຫ້ ສຕລ ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth

ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth, ໂດຍລາງວັນດັ່ງກ່າວ ແມ່ນໄດ້ຮັບພາຍຫຼັງທີ່ AFC ໄດ້ສົ່ງຕົວແທນທີ່ເປັນຊ່ຽວຊານດ້ານກິລາບານເຕະເຍົາວະຊົນ ມາສຳຫຼວດ ແລະ ປະເມີນຜົນງານທີ່ ສປປ ລາວ ໃນລະຫວ່າງ ວັນທີ…

ຫຼວງພະບາງຈັດງານຍ່າງເພື່ອສຸຂະພາບເພື່ອ ສະຫຼອງສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ເພື່ອສະຫຼອງ ສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ ໃນມື້ວານນີ້ເລີ່ມຈາກເດີ່ນທາດຫຼວງ ໄປຫາສວນນ້ຳພຸ ໜ້າຫ້ອງວ່າການແຂວງ ແລ້ວກັບຄືນຫາເດີ່ນທາດຫຼວງ ແລະ ມີການຖາມຕອບ ຄວາມຮູ້ພື້ນຖານກ່ຽວກັບ ລະບຽບ ການສັນຈອນຕາມທ້ອງຖະໜົນ ເພື່ອຮັບຂອງຂັວນເປັນໝວກກັນກະທົບ. ໃນພິທີໄດ້ມີການລາຍງານສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຄວາມປອດໄພທາງຫຼວງ ຕາມຍຸດທະສາດ…