ເປີດສັບປະດາຮູບເງົາຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026

ໃນມື້ນີ້, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດພິທີເປີດງານສັບປະດາຮູບເງົາຈີນ ແລະ ງານເທດສະການຮູບເງົາລາວ-ຈີນ ຊຶ່ງ​ເປັນອີກ ໜຶ່ງ​ກິດ​ຈະ​ກຳປະກອບສ່ວນສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ…

ສປປ ລາວ ແລະ ສປ ຈີນ ໄດ້ເປີດໂຕເສັ້ນທາງລົດເມໂດຍສານລະຫວ່າງປະເທດສາຍໃໝ່ ເຊື່ອມຕໍ່ ເມືອງ ຊຽງຮຸ່ງ ແຂວງ ຢຸນນານ ຫາ ບ້ານ ຊຽງກົກ ແຂວງ ຫຼວງນໍ້າທາ ຢ່າງເປັນທາງການ.

ຕາມການລາຍງານຂອງ CMG FM93, ການເປີດເສັ້ນທາງນີ້ແນໃສ່ເຊື່ອມຕໍ່ການເດີນທາງທາງບົກໃຫ້ມີຄວາມສະດວກສະບາຍຂຶ້ນ, ເພື່ອເປົ້າໝາຍໃນການດຶງດູດນັກລົງທຶນ, ຊຸກຍູ້ການຄ້າຂ້າມແດນ ແລະ ກະຕຸ້ນການທ່ອງທ່ຽວ ເຊິ່ງຈະສ້າງຜົນປະໂຫຍດຕໍ່ການພັດທະນາເສດຖະກິດຂອງທັງສອງປະເທດຢ່າງຍືນຍົງ. ພິທີເປີດໂຕໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ ແຂວງ ຢຸນນານ ເຊິ່ງກົງກັບການສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ.  ສຳລັບເສັ້ນທາງດັ່ງກ່າວ ແມ່ນມີໄລຍະທາງປະມານ 280…

ເປີດແລ່ນລົດເມ BRT ເຊື່ອມຕໍ່ສະຖານີ ຕະຫຼາດເຊົ້າ ໄປຫາສະຖານີເຈົ້າຟ້າງຸ່ມ

ໂຄງການລົດເມດ່ວນ BRT ເປີດແລ່ນໃຫ້ບໍລິການເຊື່ອມຕໍ່ຈາກສະຖານີຕະຫຼາດເຊົ້າໄປຫາສະຖານີເຈົ້າຟ້າງຸ່ມໃນຕອນເຊົ້າວັນທີ 20 ເມສາ 2026 ນີ້ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນໃດ້ໄປມາຢ່າງສະດວກວ່ອງໄວ. ພິທີເປີດສາຍແລ່ນລົດເມເຊື່ອມຕໍ່ຈາກສະຖານີຕະຫຼາດເຊົ້າໄປຮອດສະຖານີເຈົ້າຟ້າງຸ່ມ ແມ່ນໂຄງການຂົນສົ່ງຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ມວນຊົນໄດ້ໃຊ້ບໍລິການລົດເມດ່ວນແອເຢັນ, ວາຍຟາຍໃຊ້ລ້າໆ,ສະດວກ ແລະ ວ່ອງໄວ ເປັນມິດຕໍ່ສີ່ງເເວດລ້ອມ. ພິທີດັ່ງກ່າວເຂົ້າຮ່ວມໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ…

ຕະຫຼາດທຶນ ລາວ-ໄທ  ເຊັນສັນຍາຮ່ວມມື ເປີດໂອກາດລະດົມທຶນຂ້າມແດນ

ຕະຫຼາດຫຼັກຊັບລາວ (LSX) ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ເຊື່ອມໂຍງຕະຫຼາດທຶນສອງປະເທດເຂົ້າຫາກັນ ໂດຍແນໃສ່ຊຸກຍູ້ການຈົດທະບຽນຄວບ (Dual Listing) ເຊິ່ງຈະເປັນການເປີດໂອກາດໃຫ້ນັກລົງທຶນ ແລະ ຜູ້ປະກອບການສາມາດລະດົມທຶນຂ້າມພົມແດນໄດ້ຢ່າງມີປະສິດທິພາບ. ໂດຍພິທີລົງນາມມີຂຶ້ນເມື່ອບໍ່ດົນມານີ້ ທີ່ບາງກອກ ປະເທດໄທ ຮ່ວມລົງນາມໂດຍ ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່…

ໄຟໄໝ້ລາມປ່າເຂດສະປ່າຫງວນພູພະນັງຢູ່ເມືອງສັງທອງກວມເອົາພື້ນທີ່ຫຼາຍກວ່າ 1.400 ເຮັກຕາ

ໄຟໄໝ້ລາມປ່າເຂດສະປ່າຫງວນພູພະນັງເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກ ຈາກເຫດການໄຟໄໝ້ລາມປ່າເຂດປ່າສະຫງວນພູພະນັງ ຮອດວັນທີ 14 ເມສາ ທີ່ຜ່ານມາ ກວມເອົາພື້ນທີ່ຫຼາຍກວ່າ 1.400 ເຮັກຕາ ຊຶ່ງຮອດປັດຈຸບັນຍັງບໍ່ສາມາດສະກັດໄປໄໝ້ດັ່ງກ່າວໄດ້ ເຖິງແມ່ນວ່າພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມປະຊາຊົນ ທະຫານ ລວມທັງເອົາຍົນມາບິນຕັກນໍ້າມາຫົດກໍຕາມ.

ຊາວພຸດ ຮ່ວມໃສ່ບາດໂອກາດປີໃໝ່ລາວ ທີ່ວັດອົງຕື້

ມື້ສຸດທ້າຍຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569 ຫຼື ມື້ວັນທີ 16 ເມສາ ນີ້ ກົງກັບແຮມ 14 ຄໍ່າ ເດືອນ 5 ລາວ ມື້ສັງຂານຂຶ້ນ ເປັນ ມວນຊົນຊາວພຸດ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ຮ່ວມໃສ່ບາດຢາດນ້ຳຕາມຮີດຄອງປະເພນີ…

ຕົບພະທາດເຈດີຊາຍ ໃນບຸນປີໃໝ່ລາວແມ່ນການສືບສານປະເພນີທີ່ສືບທອດມາແຕ່ຍາວນານ

ການຕົບພະທາດເຈດີຊາຍ ໃນບຸນປີໃໝ່ລາວໃນມື້ສຸດທ້າຍຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ຫຼື ບຸນກຸດສົງການໂດຍແມ່ນການສືບສານປະເພນີທີ່ສືບທອດມາແຕ່ຍາວນານ ຫຼື ແຕ່ປູ່ຢ່າຕາຍາຍໃນສະໃໝບູຮານ. ການຕົບພະທາດເຈດີຊາຍຈະຈັດຂຶ້ນວັນທີ 16 ເມສາ 2026 ຂອງທຸກໆປີ ກົງກັບມື້ແຮມ 14 ຄໍ່າ ເດືອນ 5 ລາວ ພ.ສ 2569 ມື້ສັງຂານຂຶ້ນ…

ADB ຄາດຄະເນເສດຖະກິດ ສປປ ລາວ ໃນປີ 2026 ຈະຂະຫຍາຍຕົວພຽງ 4%

ອີງຕາມບົດລາຍງານການຄາດຄະເນ ການພັດທະນາຂອງອາຊີ (ADO) ສະບັບເດືອນເມສາ 2026 ໂດຍ ADB ລາຍງານຕໍ່ກອງປະຊຸມການພັດທະນາຂອງອາຊີ ຄາດຄະເນເດືອນເມສາ 2026 ຄວາມຂັດແຍ້ງໃນຕາເວັນອອກກາງ ທ້າທາຍຄວາມທົດທານໃນພາກພື້ນອາຊີ ແລະ ປາຊີຟິກ ຂຶ້ນໃນມື້ນີ້, ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ກາວີຕ້າ ໄອເຢັນກ້າ ຊ່ຽວຊານດ້ານເສດຖະກິດອາວຸໂສຂອງຫ້ອງການ…

ສະພາບຝຸ່ນ PM 2.5 ສູງເກີນມາດຕະຖານໃນຫຼາຍທ້ອງຖິ່ນ

ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ ກ່ຽວກັບວິກິດການມົນລະພິດທາງອາກາດ(PM2.5) ທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນທົ່ວປະເທດ ຄ່າ PM2.5 ສະເລ່ຍຢູ່ລະຫວ່າງ 93-159 µg/m³ ຊຶ່ງສູງກວ່າຄ່າມາດຕະຖານແຫ່ງຊາດ ແລະ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ. ອີງຕາມການຕິດຕາມດ້ວຍດາວທຽມ…

10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງເຈົ້າໜ້າທີ່ຫຼາຍກວ່າ 90 ຄົນ ປະຈຳການຕາມຈຸດຕ່າງໆ ເພື່ອອຳນວຍຄວາມສະດວກ ແລະ ສະກັດກັ້ນອຸບັດເຫດຕາມທ້ອງຖະໜົນຢ່າງເຂັ້ມງວດ ແລະ ວາງ 10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569 ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ.…