ລາວ-ຣັດເຊຍ ເລັ່ງໃສ່ແຜນການ ກໍ່ສ້າງ ໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ ໃນ ສປປ ລາວ
ກະຊວງສຶກສາທິການ ແລະ ກິລາ ປຶກສາຫາລືກັບ ຄະນະຜູ້ແທນຈາກລັດຖະບານຣັດເຊຍ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ໃນຂົງເຂດວຽກງານການສຶກສາ, ໂດຍສະເພາະໂຄງການກໍ່ສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ. ໂຄງການກໍ່ສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ ຈະຖືກສ້າງຂື້ນໃນພື້ນທີ່ຂອງວິທະຍາໄລເຕັກນິກສັບພະວິຊາ, ນະຄອນຫຼວງວຽງຈັນ, ໂດຍມີແຜນຮອງຮັບນັກຮຽນໄດ້ຈຳນວນ 1.200 ຄົນ ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ເມື່ອບໍ່ດົນມານີ້,…

