ແຂວງຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ 10 ແຫ່ງ ທີ່ບໍ່ຖຶກຕ້ອງຕາມ ລະບຽບການ
ອໍານາດການປົກຄອງແຂວງຈໍາປາສັກ ສັ່ງປິດກິດຈະການຮ້ານອາຫານ 10 ແຫ່ງ ທີ່ບໍ່ຖຶກຕ້ອງຕາມລະບຽບການ ຍ້ອນຂໍອະນຸຍາດດຳເນີນທຸລະກິດໃນຮູບແບບຂອງຮ້ານອາຫານ ແຕ່ບໍລິການໃນຮູບແບບຮ້ານບັນເທີງ, ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກັນຍາ 2025 ເປັນຕົ້ນໄປ ຈົນກວ່າຈະໄດ້ຮັບເອກະສານຂໍອະນຸຍາດດຳເນີນທຸລະກິດບັນເທີງໃຫ້ຖຶກຕ້ອງຕາມລະບຽບການ, ຖ້າມີກໍລະນີຮ້ານໃດບໍ່ປະຕິບັດ ແລະ ຍັງຝ່າຝືນເປີດບໍລິການລູກຄ້າ, ຄະນະກຳມະການສະເພາະກິດບັນເທີງຂັ້ນແຂວງຈໍາປາສັກ ແລະ ນະຄອນປາກເຊ ຈະປະຕິບັດຕາມລະບຽບການຄຸ້ມຄອງທີ່ໄດ້ກຳນົດໄວ້.…


