ແຂວງໄຊຍະບູລີຈະເກັບລາຍຮັບຈາກບຸນຊ້າງໄດ້ ຫຼາຍກວ່າ 7,2 ລ້ານໂດລາສະຫະລັດ ໃນປີນີ້
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ ໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ ງານມະຫະກຳບຸນຊ້າງທີ່ຈະຖືກຈັດຂຶ້ນໃນເດືອນກຸມພາປີນີ້ ທີ່ແຂວງໄຊຍະບູລີ ຄາດວ່າ ຈະສ້າງລາຍຮັບໃຫ້ກັບເຈົ້າພາບຫຼາຍກວ່າ 7,2 ລ້ານໂດລາສະຫະລັດ. ງານມະຫະກຳດັ່ງກ່າວ ແມ່ນກິດຈະກຳຫຼັກໃນການສົ່ງເສີມການຄ້າຕິດພັນກັບທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ກັບແຂວງໄຊຍະບູລີ, ເຊິ່ງໃນປີ 2019 ທາງແຂວງສາມາດເກັບລາຍຮັບກັບບຸນດັ່ງກ່າວໄດ້ 7,7 ລ້ານໂດລາສະຫະລັດ ລື່ນຄາດໝາຍ…