ເຄຶ່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດ ກຽມແຈກຢາຍໃຫ້ແກ່ບັນດາສູນສຸຂະພາບ ໃນທົ່ວປະເທດ
ມູນນິທິເມຣິເອີປະເທດຝຣັ່ງມອບເຄຶ່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດໃຫ້ກະຊວງສາທາລະນະສຸກ, ຊຶ່ງເຄຶ່ອງດັ່ງກ່າວ ກະຊວງສາທາລະນະສຸກ ແມ່ນໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າເພື່ອການພັດທະນາຂອງປະເທດຝຣັ່ງ (IRD) ປະຈຳລາວ ເປັນຜູ້ຮັບຜິດຊອບໃນການແຈກຢາຍຊຸດເຄື່ອງມືດັ່ງກ່າວໃຫ້ແກ່ບັນດາສູນສຸຂະພາບ ແລະ ບໍລິຈາກເລືອດໃນທົ່ວປະເທດ. ພິທີມອບຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ ຜ່ານມາ ທີ່ເຮືອນພັກຂອງທ່ານເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ລະຫວ່າງ…

