ໜຶ່ງເດືອນກວ່າທີ່ບໍ່ພົບຜູ້ຕິດເຊື້ອໃໝ່ຢູ່ລາວ, ແຕ່ບໍ່ຄວນປະໝາດ
ຄະນະສະເພາະກິດ ໄດ້ແນະນໍາໃຫ້ທຸກຄົນໃນສັງຄົມສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເຖິງວ່າບໍ່ພົບຜູ້ຕິດເຊື້ອໃໝ່ເປັນເວລາ 1 ເດືອນກວ່າແລ້ວກໍ່ຕາມ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນມື້ວານນີ້ວ່າ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ພຶດສະພາ…

