ບາງມາດຕະການຜ່ອນຜັນໃນໄລຍະສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ໃໝ່ອີກ 15 ວັນ
ໃນການສືບຕໍ່ປະຕິບັດຄຳສັ່ງ 15/ນຍ ແລະ ມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃໝ່ນີ້ ນັບແຕ່ມື້ນີ້ວັນທີ 20 ມິຖຸນາ ຫາ ວັນທີ 4 ກໍລະກົດ 2021 ນີ້ລັດຖະບານເຫັນດີໃຫ້ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ…

