ເມົາແລ້ວຂັບຍັງເປັນສາເຫດຫຼັກທີ່ກໍ່ໃຫ້ເກີດອຸບັດເຫດຕາມທ້ອງຖະໜົນຢູ່ລາວ
ການເກີດອຸບັດເຫດຕາມທ້ອງຖະໜົນ ຢູ່ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນ ຊຶ່ງສັງເກດເຫັນໄດ້ຈາກ ການທີ່ຜູ້ເສຍຊີວິດມີຈໍານວນເພີ່ມຂຶ້ນໃນ ແຕ່ ລະເດືອນເຖິງແມ່ນວ່າທາງເຈົ້າໜ້າທີ່ຈະລາຈອນຈະມີມາດຕະການຕ່າງໆເພື່ອຄວບຄຸມ ແລະ ປ້ອງກັນການເກີດອຸບັດເຫດກໍ່ຕາມ. ບັນຫາຕົ້ນຕໍ ທີ່ຍັງແກ້ບໍ່ຕົກທີ່ກໍ່ໃຫ້ເກີດອຸບັດເຫດແມ່ນເກີດ ຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ, ຊຶ່ງອຸບັດເຫດສ່ວນຫຼາຍແມ່ນເກີດໃນມື້ທີ່ມີເທດສະການຕ່າງໆ ເຊັ່ນ: ງານສັງສັນ, ບຸນປະເພນີຕ່າງໆ, ງານສະຫຼອງວັນສໍາຄັນຕ່າງໆ. ອີງຕາມສະຖິຕິສົມທຽບອຸບັດເຫດໃນຂອບເຂດທົ່ວປະເທດ…

