ເຈົ້າແຂວງເຊກອງ ຮຽກຮ້ອງໃຫ້ສືບຕໍ່ໂຄສະນາປຸກລະດົມ ລົງເລິກເຂດຊຸມຊົນ ເພື່ອກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19

ທ່ານ ເຫລັກໄຫລ ສີິວິໄລ ເຈົ້າແຂວງເຊກອງ ໄດ້ຮຽກຮ້ອງຫຼາຍບັນຫາ ເພື່ອເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃນກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຂອງຄະນະສະເພາະກິດຂັ້ນແຂວງ ເມື່ອບໍ່ດົນມານີ້ ທີ່ ຫ້ອງວ່າການແຂວງ. ໂດຍສະເພາະ ທ່ານ ເຫລັກໄຫລ ສີິວິໄລ…

ພະຍາດໂຄວິດ-19 ເລີ່ມລະບາດຢູ່ຫ້ອງການສໍານັກງານອົງການລັດ, ບໍລິສັດ, ໂຮງຈັກໂຮງງານ ແລ້ວຍ້ອນສຳຜັດໃກ້ຊິດກັບຜູ້ຕິດເຊື້ອ

ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແຈ້ງໃຫ້ຮູ້ເມື່ອວັນທີ 20 ພຶດສະພາ 2021 ທີ່ຜ່ານມາວ່າ: ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດມີທ່າອ່ຽງຫຼຸດລົງ ແຕ່ຍັງບໍ່ສາມາດເວົ້າໄດ້ວ່າພະຍາດດັ່ງກ່າວນີ້ຈະສາມາດຢັບຢັ້ງໄດ້ເວລາໃດ ຍ້ອນວ່າຍັງມີແຮງງານລາວຈໍານວນຫຼາຍທີ່ຍັງທະຍອຍກັບຄືນປະເທດ ຊຶ່ງປະເທດທີ່ພວກເຂົາໄປເຮັດວຽກນັ້ນລ້ວນແລ້ວແຕ່ເປັນປະເທດທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ ຫຼື ຮອບໃໝ່ຢູ່…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 20 ພຶດສະພາ 2021 ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 20 ພຶດສະພາ 2021 ນີ້ຈໍານວນ 14 ຄົນໃນ​ທົ່ວ​ປະ​ເທດ, ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ນະຄອນຫຼວງວຽງຈັນ 5…

ແຂວງບໍ່ແກ້ວ ສືບຕໍ່ຈັດຕັ້ງກຳລັງຈຸດກວດກາ ເພື່ອປ້ອງກັນການແຜ່ລະບາດພະຍາ ໂຄວິດ-19 ຢ່າງເຂັ້ມງວດ

ສະຫາຍ ພັນໂທ ເນັງສີດາ ເບຼຍລືມົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບັນຊາ ທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ປັນຍາ ແສງວິຈິດ ຄະນະພັກກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຊຸກຍູ້ວຽງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19…

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນສ່ວນຫຼາຍແມ່ນສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກໃຫ້ຮູ້ວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຍັງໜ້າເປັນຫ່ວງເພາະຜູ້ຕິດເຊື້ອໃໝ່ຍັງແມ່ນຕິດເຊື້ອຈາກຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ດັ່ງກໍລະນີຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນຈຳນວນ 16 ຄົນ ເມື່ອວັນທີ 19 ພຶດສະພາ 2021 ທີ່ຜ່ານມານັ້ນ ກໍ່ຕິດເຊື້ອມາຈາກຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.   ທ່ານ…

ລັດຖະບານລາວອາດຈະມີການສືບຕໍ່ປະຕິບັດຄໍາສັ່ງ 15/ນຍ ກ່ຽວກັບມາດ ຕະການປ້ອງກັນພະຍາດໂຄວິດ-19 ຕື່ມອີກຍ້ອນຍັງພົບຜູ້ຕິດເຊື້ອລາຍວັນ

ມື້ນີ້ ຫຼື ມື້ວັນທີ 20 ພຶດສະພາ 2021 ນີ້ຖືວ່າເປັນມື້ສຸດທ້າຍໃນການປະຕິບັດ ຄໍາສັ່ງ15/ນຍວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນພະຍາດໂຄວິດ-19 ພາຍຫຼັງທີ່ເລີ່ມປະຕິບັດມາແຕ່ ວັນທີ 5 ພຶດສະພາ 2021 ທີ່ຜ່ານມາ, ແຕ່ວ່າອາດຈະມີການສືບຕໍ່ປະຕິບັດຄໍາສັ່ງດັ່ງກ່າວຕື່ມອີກຍ້ອນວ່າຍັງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວເປັນລາຍວັນ ເຖິງແມ່ນວ່າຫຼາຍແຂວງບໍ່ພົບຜູ້ຕິດເຊື້ອເປັນເວລາຫຼາຍກວ່າ 10…

ວັນ​ທີ 19 ພຶດ​ສະ​ພາ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 50 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 19 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 19 ພຶດສະພາ 2021ນີ້ ຈໍານວນ 50 ຄົນໃນ​ທົ່ວ​ປະ​ເທດ ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ ແຂວງບໍ່​ແກ້ວ 21 ຄົນ, ນະຄອນຫຼວງວຽງຈັນ…

ແຂວງກວາງຈິ ສສ ຫວຽດນາມ ມອບອຸປະກອນການແພດປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້ເມືອງເຊໂປນ ແລະ ເມືອງນອງ ແຂວງ​ສະ​ຫວັນ​ນະ​ເຂດ

ອຳ​ນາດ​ການ​ປົກ​ຄອງ ແຂວງກວາງ​ຈິ ສ​ສ ຫວຽດ​ນາມ ໄດ້​ມອບ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19 ໃຫ້ເມືອງເຊໂປນ ປະ​ກອບ​ມີຊຸດປ້ອງກັນພະຍາດ 700 ຊຸດ, ຜ້າອັດປາກ-ດັງ 7.000 ອັນ, ຜ້າອັດປາກ N95 ຈຳນວນ 400 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ,…

254 ຄອບຄົວຢູ່ເມືອງໂຂງໄດ້ຮັບຜົນກະທົບ ຈາກພາຍຸ ລະດູຮ້ອນ

ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໂຂງໃຫ້ຮູ້ວ່າ: ມີ 254 ຄອບຄົວທີ່​ເຮືອນ​ຂອງ​ພວກ​ເຂົາຖືກ​ລົມ​ພາ​ຍຸ​ລະ​ດູ​ຮ້ອນ​ພັດ​ເປ່​ເພ ​ຈາກ​ພາ​ຍຸ​ລະ​ດູ​ຮ້ອນ​ທີ່​ເກີດ​ຂຶ້ນ​ເມືຶ່ອເວລາປະມານ 20 ໂມງ 30 ຂອງວັນທີ 17 ພຶດສະພາ 2021 ທີ່​ຜ່ານ​ມາ ໂດຍ​ມີ 9 ບ້ານທີ່ໄດ້ຮັບຜົນກະທົບຄື: ບ້ານໂຂງຫາດງິ້ວ…

ແຂວງເຊກອງ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນໄດ້ແລ້ວ 4 ພັນກ່ວາຄົນ

ອໍານາດການປົກຄອງແຂວງເຊກອງ ໄດ້ຮັບການແບ່ງປັນວັກຊິນປ້ອງກັນພະຍາດໂຄວິດ-19 ຈາກລັດຖະບານທັງໝົດ 12 ພັນໂດສ ຊຶ່ງປະຈຸບັນ ແຂວງເຊກອງ ສາມາດສັກວັກຊິນໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນທຸກຊັ້ນຄົນໄດ້ແລ້ວ 4 ພັນກ່ວາຄົນເທົ່າກັບ 67,3% ຂອງແຜນເປົ້າໝາຍສັກວັກຊິນໃຫ້ໄດ້ທັງໝົດ 6 ພັນຄົນ. ນາງ ບຸນຖະໜອມ ນາກລີລາ ຫົວໜ້າຂະແໜງອະນາໄມ…