ລັດຖະບານ ຊີ້ນໍາໃຫ້ສືບຕໍ່ເກັບລາຍຮັບໂດຍນຳໃຊ້ລະບົບແບບທັນສະໄໝ
ລັດຖະບານ ໄດ້ແນະນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດບໍ່ຖືກຜົນກະທົບໂຄວິດ-19 ໃຫ້ໄດ້ຢ່າງຄົບຖ້ວນ, ຈໍາກັດ ການຮົ່ວໄຫຼ ໂດຍນຳໃຊ້ລະບົບການເກັບລາຍຮັບແບບທັນສະໄໝຢ່າງກວ້າງຂວາງຕື່ມ. ຂໍ້ແນະນໍາດັ່ງກ່າວແມ່ນໄດ້ປຶກສາຫາລືໃນໂອກາດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2020 ທີ່ໄດ້ຈັດຂຶ້ນແຕ່ວັນທີ 21-22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແລະ…

