ທີມ​ຊາດ​ລາວ ​ກຽມ​ເຂົ້າຮ່ວມ​ແຂ່ງ​ຂັນບານເຕະ​ຊີງ​ແຊ້ມ​ອາ​ຊີ

ສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ ກຽມ​ເຂົ້າຮ່ວມງານຈັບ​ສະຫຼາກ ການ​ແຂ່ງ​ຂັນ​ບານເຕະຊາຍ ​ຊີງ​ແຊ້ມ​ອາ​ຊີ ຮຸ່ນ​ອາ​ຍຸ​ບໍ່​ເກີນ 19 ປີ ແລະ ຮຸ່ນ​ອາ​ຍຸ​ບໍ່​ເກີນ 16 ປີ, ເຊິ່ງຈະຈັດຂຶ້້ນໃນ​ວັນ​ທີ 18 ມິ​ຖູ​ນາ 2020 ຢູ່​ທີ່​ສຳ​ນັກ​ງານສະ​ຫະ​ພັນ​ບານ​ເຕະ​ອາ​ຊີ ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປະ​ເທດ​ມາ​ເລ​ເຊຍ. ອີງຕາມຂໍ້ມູນຈາກສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ ລາຍງານວ່າ:…

ອາດມີຝົນຕົກ, ລົມພັດແຮງຢູ່ບາງທ້ອງຖີ່ນໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້

ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ປະຈໍາວັນທີ 10 ພຶດສະພາ 2020 ໄດ້ແຈ້ງໃຫ້ຮູ້ວ່າ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນທ້າຍຕອນບ່າຍ ຫາ ຄໍ່າຂອງມື້ນີ້. ພ້ອມດຽວກັນ…

ກະຊວງ ຮສສ ກຽມຊ່ວຍເຫຼືອແຮງງານທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກແຈ້ງການແນະນໍາເພີ່ມເຕີມ ໃນວັນທີ 8 ພຶດສະພາ 2020 ກ່ຽວກັບເກັບກຳຂໍ້ມູນຂອງຜູ້ອອກແຮງງານລາວ ທີ່ກັບມາຈາກຕ່າງປະເທດ, ຜູ້ວ່າງງານເນື່ອງຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານ ພາຍໃນປະເທດ. ຈຸດປະສົງຂອງການເກັບກໍາຂໍ້ມູນດັ່ງກ່າວ ແມ່ນເພື່ອກຽມໃຫ້ການຊ່ວຍເຫຼືອຜູ້ວ່າງງານ ເນື່ອງຈາກການໂຈະ ແລະ ປິດກິດຈະການ…

ຄະນະສະເພາະກິດ ສືບຕໍ່ເຝົ້າລະວັງປ້ອງກັນໂຄວິດ-19 ຕາມຈຸດຜ່ານດ່ານລະຫວ່າງປະເທດ

ຄະນະສະເພາະກິດ ລາຍງານໃຫ້ຊາບ ໃນມື້ວານນີ້ວ່າ ນັບແຕ່ເດືອນມັງກອນ ມາຮອດ ວັນທີ 7 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 2,733 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ ແລະ ກໍ່ເປັນ 4 ອາທິດຕິດຕໍ່ກັນແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່. ເຖິງວ່າຈະບໍ່ພົບຜູ້ຕິດເຊື້ອໃໝ່…

ລັດຖະບານ ສາມາດດຶງດູດການລົງທຶນໄດ້ຫຼາຍກວ່າ 36 ຕື້ໂດລາສະຫະລັດ

ນັບແຕ່ຊຸມປີ 1980 ເປັນຕົ້ນມາ ລັດຖະບານ ໄດ້ອະນຸມັດໂຄງການລົງທຶນຫຼາຍກວ່າ 6,000 ໂຄງການ ໂດຍມີມູນຄ່າການລົງທຶນຫຼາຍກວ່າ 36 ຕື້ໂດລາສະຫະລັດ. ອີງຕາມສະຖິຕິ ຈາກກະຊວງແຜນການ ແລະ ການລົງທຶນ ທີ່ເປີດເຜີຍຕົວເລກຫຼ້າສຸດເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນ ວ່ານັບແຕ່ປີ 1989 ຫາປີ 2019…

ຈໍາປາສັກ, ສະຫວັນນະເຂດ ແລກປ່ຽນບົດຮຽນດ້ານພັດທະນາ

ການນໍາແຂວງຈໍາປາສັກ ພ້ອມດ້ວຍຄະນະ ແລະ ນັກທຸລະກິດ ໄດ້ມາຖອດຖອນ ແລະ ແລກປ່ຽນບົດຮຽນຢູ່ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້. ຄະນະດັ່ງກ່າວ ນໍາໂດຍ ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ໄປຢ້ຽມຢາມໂຄງການຮ່ວມໃຈສາຍໃຍໂລມາຄຳ, ເຊິ່ງໂຄງການດັ່ງກ່າວເປັນໂຄງການລຶບລ້າງຄວາມທຸກຍາກປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ທີ່ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ…

ຄະນະສະເພາະກິດມີຄວາມພໍໃຈທີ່ສັງຄົມໃຫ້ຄວາມຮ່ວມມືປະຕິບັດແຈ້ງການຕ່າງໆ

ຄະນະສະເພາະກິດ ມີຄວາມເພິ່ງພໍໃຈ ແລະ ຊົມເຊີຍທຸກຄົນໃນສັງຄົມ ທີ່ມີຄວາມເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸນລະໂລກສາຍພັນໃໝ່ ໂຄວິດ-19. ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ…

ໄຟໄໝ້ເຮືອນປະຊາຊົນຢູ່ບ້ານໂພນໄຊ ເສຍຫາຍ 150 ລ້ານກວ່າກີບ

ໄຟໄໝ້ ເຮືອນປະຊາຊົນ ໜຶ່ງຫຼັງ ຢູ່ບ້ານໂພນໄຊ, ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ບໍ່ມີຜູ້ບາດເຈັດ ແລະ ເສຍຊິິິວິດ, ແຕ່ມູນຄ່າຄວາມເສຍຫາຍ ຫຼາຍກວ່າ 150 ລ້ານກີບ. ທ່ານ ພັນຕີ ສະແວງ ແສງມະນີ, ຫົວໜ້າຫ້ອງການພະແນກ ຕຳຫຼວດສະກັດກັ້ນ ແລະ…

ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ໃນ​ໄລຍະນີ້ ຈະບໍ່​ໃຫ້​ຈໍາກັດບໍລິເວນ​ຢູ່​ເຮືອນ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຕໍ່ສື່ມວນຊົນໃນມື້ວານນີ້ວ່າ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ເລິ່ມແຕ່ວັນທີ 20 ເມສາ 2020 ເປັນຕົ້ນມາ ແມ່ນໄດ້ຈຳກັດບໍລິເວນຢູ່ສູນ ຫຼື ໂຮງແຮມຕາມ…

ສະຫວັນນະເຂດ ມີຄວາມພ້ອມດ້ານສະຖານທີ່ແຍກປ່ຽວ ປິ່ນປົວພະຍາດໂຄວິດ-19

ແຂວງສະຫວັນນະເຂດ ມີຄວາມພ້ອມໃນດ້ານສະຖານທີ່ເພື່ອຮອງຮັບການປີ່ນປົວຄົນເຈັບຈາກພະຍາດໂຄວິດ-19 ເຊີ່ງມີ 2 ສະຖານທີ່ ລວມຫຼາຍກວ່າ 200 ຕຽງ. ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ໄດ້ລາຍງານເນື່ອງໃນໂອກາດກອງປະຊຸມກຽມຄວາມພ້ອມເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 30 ເມສາ 2020 ທີ່ຜ່ານມາວ່າ ຕາມການຕົກລົງເປັນເອກະພາບຂອງກົມປິ່ນປົວ,…