ຄະນະສະເພາະກິດ ໄດ້ແຈ້ງເຖິງທະນາຄານ, ສະຖາບັນການເງິນ ໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າ

ຄະນະສະເພາະກິດ ນະໂຍບາຍດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19. ແຈ້ງການໄດ້ລະບຸໄວ້ວ່າ: ການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ທີ່ຈະໄດ້ຮັບນະໂຍບາຍຈາກທະນາຄານ ຫຼື ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ຕ້ອງປະຕິບັດ ດັ່ງນີ້:  ໃຫ້ຂຽນໜັງສືສະເໜີ ເຖິງ ທະນາຄານ…

ຄະນະສະເພາະກິດ ຮຽກຮ້ອງໃຫ້ປະຕິບັດມາດຕະການຜ່ອນຜັນໃຫ້ຖືກຕ້ອງ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ຈົ່ງຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດ ບັນດາມາດຕະການທີ່ຜ່ອນຜັນ ແລະ ຂໍ້ແນະນໍາໃຫ້ຖືກຕ້ອງ. ມື້ນີ້ ວັນທີ 18 ພຶດສະພາ 2020 ເປັນມື້ເລິ່ມຕົ້ນປະຕິບັດຈົນເຖິງວັນທີ…

ພົບແລ້ວ ສົບຊາຍໜຸ່ມທີ່ຈົມນໍ້າຢູ່ໜ້າເຂື່ອນນໍ້າງື່ມ 1

ພົບແລ້ວສົບຊາຍໜຸມ ທີ່ຈົມນໍ້າໃນເວລາປະມານ 18 ໂມງ ຂອງວັນທີ 16 ພຶດສະພາ 2020, ຢູ່ໜ້າເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ (ທ່າລາດ). ອາສາສະໝັກຈາກໜ່ວຍກູ້ຊີບ-ກູ້ໄພ ກາແດງແຂວງວຽງຈັນ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ວ່າ ສົບຂອງຊາຍໜຸ່ມທີ່ຈົມນໍ້າເສຍຊີວິດ ພົບໃນຕອນບ່າຍຂອງມື້ນີ້ ໂດຍສົບຟູນໍ້າຂຶ້ນມາເອງ…

ອົງການກອຍກາ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

ອົງການກອຍກາ ປະຈໍາລາວ (KOICA) ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ໃຫ້ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ຢູ່ນະຄອນຫຼວງວຽງຈັນ. ພິທີມອບເຄື່ອງຊ່ວຍເຫລືອດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້ນມື້ນີ້ ຢູ່ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສ.ເກົາຫລີ ແລະ ອົງການກອຍກາ ປະຈໍາລາວ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ລວມມີ ຜ້າອັດປາກ-ດັງ, ເຈວລ້າງມື, ຢາຂ້າເຊື້ອ, ເຄື່ອງອຸປະໂພກ ແລະ…

35 ວັນຕິດຕໍ່ກັນທີ່ບໍ່ມີລາຍງານຜູ້ຕິດເຊື້ອໂຄວິດ-19 ຢູ່ ລາວ

ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ໃຫ້ຊາບໃນຕອນບ່າຍມື້ນີ້ວ່າ ເປັນໄລຍະ 35 ວັນຕິດຕໍ່ກັນແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່ຢູ່ລາວ. ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການຕິດຕາມ ແລະ ປ້ອງກັນ ໂຄວິດ-19 ໃນການຖະແຫຼງຂ່າວມື້ນີ້ວ່າ ໃນວັນທີ…

ກະຊວງ ຖວທ ອອກຂໍ້ແນະນໍາການປະຕິບັດມາດຕະການປ້ອງກັນ ພະຍາດໂຄວິດ-19

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຄຳແນະນໍາ ສໍາລັບຜູ້ປະກອບການສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະປາ ທຸກປະເພດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19…

ປະເທດຊາດ ແລະ ປວງຊົນລາວ ຈາລຶກບຸນຄຸນ ພົນເອກ ສີສະຫວາດ ແກ້ວບຸນພັນ

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ໄດ້ຈາກໄປຢ່າງບໍ່ມີວັນຫວນກັບຄືນມາອີກແລ້ວ, ແຕ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈົດຈໍາຜົນງານ, ຄຸນງາມ ຄວາມດີຂອງ ທ່ານ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຂອງຊາດ ຈົນຕະຫຼອດຊີວິດຂອງທ່ານ ນັ້ນໄວ້ ຢ່າງບໍ່ມີວັນຫຼົງລືມ. ພ້ອມດຽວກັນ ຊື່ສຽງ ແລະ…

ບໍ່ພົບຜູ້ຕິດເຊື້ອໃໝ່ ຈາກຜົນກວດ 109 ຕົວຢ່າງ ໃນມື້ວານນີ້

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຕອນບ່າຍມື້ນີ້ວ່າ ໃນວັນທີ 15 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 109 ຄົນ ເຊິ່ງຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ຕົວຢ່າງມາກວດລວມມີ ກໍລະນີສົງໄສມາກວດຄືນ 02 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ…

ການນໍາພັກ-ລັດ, ປວງຊົນລາວ ຮ່ວມໄວ້ອາໄລ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ

ການນໍາພັກ-ລັດ ແລະ ປວງຊົນລາວ ຮ່ວມໄວ້ອາໄລ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເປັນຄັ້ງສຸດທ້າຍ ໃນພິທີຊາປະນະກິດສົບທີ່ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງມື້ນີ້ ຢູ່ເດີ່ນພະທາດຫຼວງ. ເຖິງທ່ານຈະຈາກໄປຢ່າງບໍ່ມີວັນຫວນກັບມາ ແຕ່ຜົນງານ ແລະ ຄຸນງາມຄວາມດີ ຈະເປັນແວ່ນແຍງ ແລະ ບົດຮຽນອັນລໍ້າຄ່າໄວ້ໃຫ້ປະເທດຊາດ,…

ສະພາ​ແຫ່ງ​ຊາດຫວຽດນາມ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອການແພດໃຫ້​ລາວ

ສະພາ​ແຫ່ງ​ຊາດ​ຫວຽດນາມ​ ໄດ້​ມອບ​ເຄື່ອງຊ່ວຍ​ເຫຼືອການແພດ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວເປັນຜ້າ​ອັດ​ປາກກາ​ນ​ແພດ ໄດ້ຈັັດຂຶ້ນຢູ່ທິ່ສະພາ​ແຫ່ງ​ຊາດ​ຫວຽດນາມ ເມື່ອບໍ່ດັນມານີ້ ເຊິ່ງມອບໂດຍ ທ່ານ ຫງວຽນ​ແຫ້ງ​ຟຸກ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງວ່າການສະພາ​ແຫ່ງ​ຊາດ​ຫວຽດນາມ ແລະ ໂດຍ ທ່ານ ​ແສງ​ເພັດ​…