ແຮງງານລາວ ອາດຈະພົບຄວາມຫຍຸ້ງຍາກຫຼາຍຂຶ້ນໃນການດຳລົງຊີວິດ ຍ້ອນຖືກເລີກຈ້າງ

ຜູ້ອອກແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທ ອາດຈະພົບບັນຫາດ້ານເສດຖະກິດຄອບຄົວ ເພາະວ່າຖືກເລີກຈ້າງ ຍ້ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ຜູ້ປະກອບການຈຳນວນຫຼາຍພາຍໃນປະເທດລວມທັງເຂດເສດຖະກິດພິເສດ ຍັງບໍ່ທັນມີແຜນທິ່ຊັດເຈນໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກ. ປະຈຸບັນ ເຖິງແມ່ນວ່າລັດຖະບານໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງເພື່ອທວງໃຫ້ຜູ້ປະກອບການທຸກຂະແໜງວິຊາຊີບຕ້ອງປະຕິບັດຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະສະເພາະກິດ ໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກນຳບໍລິສັດຂອງຕົນ. ທ່ານ ນາງ ອານຸສອນ…

ຕະຫຼາດຂົວດິນຢຸດການນໍາໃຊ້ຖົງພລາສຕິກ ໂດຍໃຫ້ນໍາໃຊ້ຖົງທີ່ເຮັດດ້ວຍເຈ້ຍ

ຕະຫຼາດຂົວດິນ ຫຼື ຕະຫຼາດໜອງຈັນ ຢຸ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຕະຫຼາດຕົວແບບຂອງປະເທດລາວ ທີ່ລິເລີ່ມຢຸດການນໍາໃຊ້ຖົງຢາງພລາສຕິກ ເພື່ອເປັນການຮັກສາສະພາບແວດລ້ອມ ໂດຍໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍຫັນມາໃຊ້ຖົງເຈ້ຍແທນໃນການໃສ່ເຄື່ອງໃຫ້ຜູ້ຊື້ ແຕ່ກໍ່ຍັງມີສິນຄ້າບາງປະເພດທີ່ຍັງອະນຸຍາດໃຫ້ໃຊ້ຢູ່. ມາດຕະການຢຸດໃຊ້ຖົງຖົງຢາງພລາສຕິກຢ່າງເດັດຂາດແມ່ນນັບແຕ່ວັນທີ 17 ພຶດສະພາ 2020 ທີ່ຜ່ານມາ ຫຼັງຈາກທີ່ມີການເລີ່ມທົດລອງມາແຕ່ວັນທີ 16 ມັງກອນ 2020. ທ່ານ ໄພທອງ…

ໄຊສົມບູນ ສຳເລັດການທົບທວນໂຄງການປູກຝັງ-ລ້ຽງສັດຄົບວົງຈອນ

ອຳນາດການປົກຄອງ ແຂວງໄຊສົມບູນ ຫັວງວ່າໂຄງການປູກ ຝັງ-ລ້ຽງສັດ ຄົບວົງຈອນຈະສາມາດພັດທະນາເສດຖະກິດ-ສັງ ຄົມຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນພາຍຫັຼງສຳເລັດການລົງເກັບກຳຂໍ້ມູນໂຄງການດັ່ງກ່າວ. ທ່ານ ລູຊີ ຢໍລໍເຍັຍລົງ ຫົວໜ້າ ພະແນກກະສິກຳ ແຂວງໄຊສົມບູນ ໄດ້ກ່າວໃນພິທິເປີດກອງປະຊຸມເພື່ອທົບທວນຜົນສຳເລັດການລົງເກັບກຳຂໍ້ມູນໃນໂຄງການປູກຝັງ-ລ້ຽງສັດ ພາຍໃນແຂວງ, ເຊິ່ງໄດ້ຈັດຂຶ້ນໃນວັນ ທີ 20 ພຶດສະພາ…

ໂຮງຮຽນຫຼາຍແຫ່ງຢູ່ເຂດຊົນນະບົດຍັງຂາດອຸປະກອນປ້ອງກັນ ໂຄວິດ-19

ຫຼາຍໂຮງຮຽຮຽນ ໃນທົ່ວປະເທດ ສາມາດປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນຂອງຄະນະສະເພາະກິດ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້, ແຕ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ຍັງຂາດເຂີນອຸປະກອນການແພດ ສໍາລັບປ້ອງກັນພະຍາດດັ່ງກ່າວ. ທ່ານ ຮສ. ດຣ. ກອງ​ສີ​ ​ແສງ​ມະນີ ຮອງ​ລັດຖະມົນຕີ​ ກະຊວງ​ສຶກສາທິການ ​ແລະ ກິລາ ໄດ້ກ່າວໃນໂອກາດຖະແຫຼງຂ່າວຮ່ວມກັບຄະນະສະເພາະກິດ ໃນຕອນບ່າຍມື້ນີ້ວ່າ ພາຍຫຼັງທີ່ໄດ້ເປີດການຮຽນ…

ນໍ້າປະປາ ໄດ້ຫຼຸດຄ່າໃຊ້ນໍ້າລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ໄດ້ອອກແຈ້ງການໃນວັນທີ 19 ພຶດສະພາ 2020 ວ່າ: ແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ຈະຫຼຸດຄ່ານໍ້າປະປາ ລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ (ລູກຄ້າປະເພດ I). ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ຈະຫຼຸດຄ່າໃຊ້ນໍ້າລົງໃນຄັ້ງນີ້…

ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ. ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ…

ກຳມະບານລາວ ຮຽກຮ້ອງໄປຍັງຜູ້ປະກອບການຈ່າຍເງິນຊົດເຊີຍໃຫ້ລູກຈ້າງ

ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງໃຫ້ເຖິງຜູ້ປະກອບການໃນທົ່ວປະເທດ ໃຫ້ຈ່າຍເງິນຊົດເຊີຍໃຫ້ກັບລູກຈ້າງຂອງຕົນໃນໄລຍະພັກວຽກເນື່ອງມາຈາກຖືກເລີກຈ້າງງານ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ທ່ານ ພອນສານ ວິໄລມັ້ງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 18 ພຶດສະພາ 2020 ນີ້ວ່າ ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ- 19 ກໍ່ຄວນໄດ້ຮັບເງິນຊົດເຊີຍຕາມສິດ…

ມີຜູ້ເດີນທາງເຂົ້າມາລາວ ໜຶ່ງພັນກວ່າຄົນໃນມື້ວານນີ້

ມີຜູ້ເດີນທາງເຂົ້າມາ ສປປ ລາວ ໂດຍຜ່ານດ່ານຕ່າງໆ ໃນມື້ວານ ນີ້ 1 ພັນກວ່າຄົນ, ເຊິ່ງທັງໝົດແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ພ້ອມດຽວກັນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,…

ທະນາຄານທຸລະກິດ 21 ແຫ່ງທີ່ມີລູກຄ້າສິນເຊື່ອໄດ້ຮັບຜົນກະທົບຈາກໂຄວິດ-19

ທະນາຄານທຸລະກິດທັງໝົດ 43 ແຫ່ງ ແລະ ມີພຽງແຕ່ 21 ແຫ່ງ ທີີ່ໄດ້ລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ວ່າລູກຄ້າສິນເຊື່ອຂອງຕົນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ຫຼັງຈາກຄະນະສະເພາະກິດນະໂຍບາຍ ດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະ ນາຄານ ຫຼື…

ໂຮງຮຽນແຫ່ງຕ່າງໆ ເອົາໃຈໃສ່ໃນການປ້ອງກັນ ໂຄວິດ-19

ບັນດາໂຮງຮຽນໃນທົ່ວປະເທດ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ແລະ ຄະນະສະເພາະກິດ ໃນການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ທ່ານ ນາງ ປານີ ໄຊທົງເດດ ຄະນະອຳນວຍການໂຮງຮຽນ ສອງພາສາແສງສະຫັວນ ຕັ້ງຢູ່ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 18…