ຜູ້ປະກອບການມີພັນທະໃນການຈ່າຍຄ່າແຮງງານໃຫ້ລູກຈ້າງຂອງຕົນ
ຜູ້ປະກອບການ ຫຼື ນາຍຈ້າງມີພັນທະໃນການຈ່າຍຄ່າແຮງງານໃຫ້ລູກຈ້າງຂອງຕົນ ແລະ ບໍ່ສາມາດຕັດສິດຜົນປະໂຫຍດຂອງແຮງງານທາງດ້ານສະຫວັດດີການສັງຄົມ ສໍາລັບແຮງງານຜູ້ທີ່ຖືກໂຈະວຽກໃນລະຫວ່າງການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ນະໂຍບາຍແຮງງານປະຈຸບັນ. ຜູ້ອອກແຮງງານທີ່ຖືກປົດອອກຈາກວຽກຍ້ອນຜົນຂອງການລະບາດຂອງພະຍາດໂຄວິດ-19 ມີສິດທີ່ຈະໄດ້ຮັບເງິນເດືອນ ແລະ ການຊ່ວຍເຫຼືອດ້ານສະຫວັດດີການສັງຄົມ ພາຍໃຕ້ນະໂຍບາຍດ້ານແຮງງານ ແລະ ກົດໝາຍແຮງງານ. ທ່ານ ພົງໄຊສັກ ອິນທາຣາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ…

