Visit BigblueAgency

ລັດຈະເລັ່ງໃສ່ປັບປຸງຄຸນນະພາບຂອງພະນັກງານລັດ

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນໂດຍສະເພາະຈະເນັ້ນປັບປຸງ ຄຸນນະພາບ ແລະ ການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈໍານວນ ພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ,  ນອກນັ້ນຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ມັນ ແທດເໜາະ ແລະ ສອດຄ່ອງກັບສະພາບປັດຈຸບັນ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວໄດ້ກ່າວສຸນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2…

ຜູ້ນໍາພັກ-ລັດ ເຂົ້າຮ່ວມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ

ຜູ້ນໍາພັກ-ລັດໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975-2 ທັນວາ 2020) ໃນຕອນເຊົ້າ ຂອງວັນທີ 2 ທັນວາ 2020 ນີ້ ທີ່ ຫໍປະຊຸມແຫ່ງຊາດ ນໍາໂດຍ…

ປກສ ນະຄອນຫຼວງວຽງຈັນ ຈັບຜູ້ຖືກຫາລັກຊິ້ນສ່ວນລາງລົດໄຟ 3ຄົນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ທີ່ລັກນ໋ອດຈັບລາງລົດໄຟ, ເຫຼັກສໍາເລັດຮູບ  ແລະ ກວດຄົ້ນຮ້ານເຫຼັກເສດພົບເຫຼັກກຽວໃຫ່ຍ ແລະ ແຜ່ນເຫຼັກທີ່ເປັນຊິ້ນສ່ວນຈາກ ໂຄງການທາງລົດໄຟລາວ-ຈີນ. ຫົວໜ້າຫ້ອງການກອງບັນຊາການ ປກສ ນວ ທ່ານ ພັທ ສົມພຽງ…

ການລະບາດຂອງ ພະຍາດໂຄວິດ-19 ເພີ່ມຄວາມສ່ຽງດ້ານໂພສະນາການຂອງ ເດັກ

ສະຖານະການ ການລະບາດ ຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ເພີ່ມຄວາມສ່ຽງດ້ານໂພສະນາ ການຂອງເດັກ ໃນ ສປປ ລາວ, ຊຶ່ງການຂາດສານອາຫານ ຈະສົ່ງຜົນໄລຍະຍາວ ດ້ານການຈະເລີີນເຕີບໂຕ, ພັດທະນາການ ແລະ ສຸຂະພາບຂອງເດັກ, ຊຸມຊົມ ແລະ ປະເທດຊາດ. ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ…

ຄົນລາວເສຍຊີວິດຍ້ອນພະຍາດເອດສະເລ່ຍ 160 ຄົນ/ປີ

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນແຈ້ງໃຫ້ຮູ້ວ່າ:  ນັບແຕ່ປີ 1990 ທີ່ພົບຜູ້ຕິດເຊື້ອເຮັສໄອວີ ກໍລະນີທໍາອິດ ແລະ ພົບຜູ້ຕິດເຊື້ອພະຍາດເອດໃນປີ 1992 ມາຮອດປີ 2020ນີ້, ຄົນລາວເສຍຊີວິດແລ້ວ 4.801 ຄົນ ໂດຍສະເລ່ຍແລ້ວແຕ່ລະປີມີຄົນລາວເສຍຊີວິດ 160 ຄົນຍ້ອນພະຍາດເອດ. ສູນຕ້ານເອດ ແລະ…

ການປູກພຶດກະສິກໍາຢູ່ລາວຍັງມີການໃຊ້ສານເຄມີຢູ່

ການປູກພຶດກະສິກໍາຢູ່ ສປປ ລາວ ຍັງນໍາໃຊ້ສານເຄມີຈໍານວນຫຼາຍ ເຖິງແມ່ນວ່າຊາວກະສິກອນຈະຮູ້ວ່າມີຄວາມອັນຕະລາຍກໍ່ຕາມ ໂດຍເຂົາເຈົ້າໃຫ້ເຫດຜົນວ່າການທີ່ຍັງໃຊ້ສານເຄມີນັ້ນກໍຍ້ອນວ່າພຶດຜັກບາງຊະນິດຈໍາເປັນຕ້ອງໄດ້ໃຊ້ເພື່ອປ້ອງກັນສັດຕູພຶດ (ຫຍ້າ, ແມງໄມ້ ແລະ ບົ້ງ) ແລະ ເພື່ອເພີ່ມຄວາມສວຍງາມ ແລະ ເພີ່ມນໍ້າໜັກໃຫ້ແກ່ພຶດກະສິກໍາ. ທ່ານແສງເດືອນ ວັນແສງຄໍາ ຊາວກະສິກອນ ທີ່ປູກຜັກບົ່ວ ຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ…

ການແຂ່ງຂັນກິລາດອກປີກໄກ່ທົ່ວ ປະເທດ ຄັ້ງທີ II ຊິງຂັນ ນາຍົກລັດຖະມົນຕີ ເລີ່ມວັນພະຫັດ ນີ້ 

ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກຽມເປີດ ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ II ຊີງຂັນນາຍົກລັດຖະມົນຕີ, ລະຫວ່າງວັນທີ 3-6 ທັນວາ 2020 ທີ່ສະໂມສອນກິລາດອກປີກໄກ່ເສດຖາ (ບ້ານ ບຶງຂະຫຍອງ ), ປັດຈຸບັນ ມີທີມຍື່ນສະໝັກເຂົ້າຮ່ວມທັງໝົດ 59 ທີມ ຈາກ 28…

ການບິນລາວ ຈະຢຸດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ ເປັນເວລາ 7 ວັນ

ລັດວິສາຫະກິດການບິນລາວໄດ້ອອກແຈ້ງການໃນວັນທີ 30 ທັນວາ 2020 ທີ່ຜ່ານມາ ເຖິງລູກຄ້າ ຫຼື ຜູ້ທີ່ຈະເດີນທາງດ້ວຍສາຍການບິນແຕ່ນະຄອນ ຫຼວງ ວຽງຈັນ ຫາ ແຂວງອຸດົມໄຊ ແລະ ແຂວງອຸດົມໄຊ ຫາ ນະຄອນຫຼວງວຽງຈັນ ວ່າ, ການບິນລາວຈະຢຸດຊົ່ວຄາວຖ້ຽວບິນວຽງຈັນ-ອຸດົມໄຊ-ວຽງຈັນ ເປັນເວລາ 7…

ນັກສຶກສາສາວເສຍຊີວິດຄາທີ່ຈາກອຸບັດເຫດໃນຕອນເຊົ້າຂອງມື້ນີ້

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແຈ້ງໃຫ້ຮູ້ວ່າ: ໃນເວລາ ປະມານ 00:45 ນາທີ ຂອງມື້ວັນທີ 30 ພະຈິກ 2020 ນີ້ໄດ້ເກີດເຫດລົດໃຫ່ຍຕໍາລົດໃຫ່ຍຢ່າງຮຸນແຮງ(ລົດກະບະຮຸນໄດຕຳກັບລົດເກັງຮຸນໄດ), ເຫດເກີດ ຢູ່ຕໍ່ໜ້າໂຮງຮຽນການເງິນ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງອຸບັດເຫດໃນຄັ້ງນີ້ໄດ້ໃຊ້ຂອງແຂງງັດເອົາຕົວຜູ້ຂັບຂີ່ທີ່ຖືກບາດເຈັບອອກຈາກລົດເກັງຮຸນໄດ…

ເມືອງຮຸນທຳລາຍອາວຸດລ່າເນື້ອ, ເຄື່ອງຫາປາ, ເຄື່ອງຕັດໄມ້

ກອງກຳລັງ ປກສ-ປກຊ  ເມືອງຮຸນ ແຂວງອຸດົມໄຊ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງຂອງຕົນໂດຍສະເພາະ ແມ່ນການລັກລອບລ່າສັດປ່າຫວງຫ້າມຢູ່ເຂດປ່າສະຫງວນ, ຫາປາໂດຍໃຊ້ເຄື່ອງຊ໋ອດໄຟຟ້າ, ການລັກລອບຕັດໄມ້ ແລະ ປະກົດການຫຍໍ້ທໍ້ຕ່າງໆ. ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ ທ່ານ ພັທ ບຸນຮັກ ໄຊຍະຕິ ໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ທົ່ວເມືອງຮຸນວ່າ: ປະກົດການຫຍໍ້ທໍ້ຕ່າງໆຍັງເກີດມີຂຶ້ນເລື້ອຍໆເຖິງແມ່ນວ່າ…