ຝົນຍັງຈະສຶບຕໍ່ຕົກໃນແຕ່ລະພາກ ໄລຍະອາທິດນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ວ່າ: ໃນໄລຍະອາທິດນີ້, ຝົນຈະສືບຕໍ່ຕົກໃນແຕ່ລະພາກໃນຂອບເຂດທົ່ວປະເທດ, ໂດຍສະເພາະ ນັບແຕ່ມື້ນີ້ ຮອດ ວັນທີ 21 ຕຸລາ 2020 ນີ້ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ,…

