ປາຕາຍຢູ່ນໍ້າລີກເກີດຈາກສານເຄມີຮົ່ວໄຫຼ
ສາເຫດປາຕາຍຢູ່ນໍ້າລີກ ເມືອງກາສີ, ແຂວງວຽງຈັນ ໃນມື້ວັນທີ 17 ເດືອນກຸມພາ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງໝຶ່ງໃນເມືອງກາສີ. ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 18 ກຸມພາ 2020 ວ່າ: ມາຮອດປະຈຸບັນສະພາບນໍ້າແມ່ນຢູ່ໃນເກນປົກກະຕິແລ້ວ ແລະ ບໍ່ພົບເຫັນປາຕາຍແລ້ວ ແຕ່ຍັງຕ້ອງຫ້າມ…

